ອິດ​ສະ​ຣາ​ແອັນ ແລະ ປາ​ແລັດ​ສະ​ຕິນ ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ສະ​ພາບ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຢູ່ ຝ​ັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ

(VOVWORLD) - ສາຍເຫດທີ່ພາໃຫ້ເກີດການປະທະກັນດັ່ງກ່າວແມ່ນເລີ່ມມາຈາກແຜນການສ້າງເຮືອນຢູ່ຫຼັງໃໝ່ຕື່ມອີກກວ່າ 5.600 ຫຼັງ ຢູ່ເຂດຕັ້ງຖິ່ນຖານຢູ່ຝັ່ງຕາເວັນຕົກຂອງ ອິດສະຣາແອນ, ໃນນັ້ນ ມີກວ່າ 1.000 ຫຼັງຢູ່ Eli, ເຊິ່ງເປັນເຂດທີ່ເກີດເຫດ ມືປືນ ປາແລັດສະຕິນ 2 ຄົນ ຍິງກວາດ ເຮັດໃຫ້ຊາວ ອິດສະຣາແອັນ 4 ຄົນເສຍຊີວິດ.
ອິດ​ສະ​ຣາ​ແອັນ ແລະ ປາ​ແລັດ​ສະ​ຕິນ ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ສະ​ພາບ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຢູ່ ຝ​ັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ - ảnh 1ຊາວ ປາແລັດສະຕິນ ແລ່ນໜີໃນການໄລ່ກວາດຂອງທະຫານ ອິດສະຣາແອັນ ຢູ່ນະຄອນ Jenin, ເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ ໃນວັນທີ 19/6/2023 (ພາບ: AFP/TTXVN)

ວັນທີ 27 ມິຖຸນາ, ຫ້ອງການກະຊວງປ້ອງກັນປະເທດ ອິດສະຣາແອັນ ແຈ້ງໃຫ້ຊາບວ່າ ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ Yoav Gallant ແລະ ທ່ານລັດຖະມົນຕີກະຊວງພາຍໃນ ປາແລັດສະຕິນ Hussein Al – Sheikh, ກຳມະການອົງການປົດປ່ອຍ ປາແລັດສະຕິນ (PLO) ໄດ້ໂອ້ລົມທາງໂທລະສັບ ເພື່ອແລກປ່ຽນກ່ຽວກັບສະພາບການໃຊ້ຄວາມຮຸນແຮງຢູ່ເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນໃນຊຸມວັນຜ່ານມາ, ເມື່ອເກີດການປະທະກັນລະຫວ່າງຊາວຢິວມາຕັ້ງຖິ່ນຖານໃໝ່ ແລະ ຊາວ ອາຣັບ ປາແລັດສະຕິນ ເຮັດໃຫ້ມີຫຼາຍຄົນຮັບບາດເຈັບ. ສາຍເຫດທີ່ພາໃຫ້ເກີດການປະທະກັນດັ່ງກ່າວແມ່ນເລີ່ມມາຈາກແຜນການສ້າງເຮືອນຢູ່ຫຼັງໃໝ່ຕື່ມອີກກວ່າ 5.600 ຫຼັງ ຢູ່ເຂດຕັ້ງຖິ່ນຖານຢູ່ຝັ່ງຕາເວັນຕົກຂອງ ອິດສະຣາແອນ, ໃນນັ້ນ ມີກວ່າ 1.000 ຫຼັງຢູ່ Eli, ເຊິ່ງເປັນເຂດທີ່ເກີດເຫດ ມືປືນ ປາແລັດສະຕິນ 2 ຄົນ ຍິງກວາດ ເຮັດໃຫ້ຊາວ ອິດສະຣາແອັນ 4 ຄົນເສຍຊີວິດ.

        ທ່ານລັດຖະມົນຕີ Gallant ເນັ້ນໜັກວ່າ Tel Aviv ຈະລົງໂທດບັນດາເປົ້າໝາຍຫົວຮຸນແຮງເຫຼົ່ານັ້ນຢ່າງເຄັ່ງຄັດຕາມຂໍ້ກຳນົດກົດໝາຍ. ທ່ານກໍຢັ້ງຢືນວ່າ ການຫຼຸດຜ່ອນຄວາມເຄັ່ງຕຶງຢູ່ຝັ່ງຕາເວັນຕົກແມ່ນ້ຳຈໍແດນ ແມ່ນຜົນປະໂຫຍດລວມຂອງທັງສອງຝ່າຍ, ພ້ອມທັງໃຫ້ຮູ້ວ່າ  ບັນດາກຳລັງ ອິດສະຣາແອັນ ຈະສືບຕໍ່ຜັນຂະຫຍາຍຢູ່ບັນດາສະຖານທີ່ໄດ້ຮຽກຮ້ອງ. ປັດຈຸບັນ, ຫ້ອງການຂອງທ່ານ Al – Sheikh  ຍັງບໍ່ທັນມີຄຳຕິຊົມກ່ຽວກັບການໂອ້ລົມທາງໂທລະສັບດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ