ອິດສະຣາແອນບຸກໂຈມຕີທາງອາກາດໃສ່ໂຮງຮຽນຂອງສະຫະປະຊາຊາດຢູ່ເຂດກາຊາ

ອິດສະຣາແອນບຸກໂຈມຕີທາງອາກາດໃສ່ໂຮງຮຽນຂອງສະຫະປະຊາຊາດຢູ່ເຂດກາຊາ - ảnh 1
ໂຮງຮຽນຂອງ ສປຊ ຢູ່ Rafah, ພາຍຫຼັງການບຸກໂຈມຕີທີ່ນອງເລືອດຂອງ ອິດສະຣາແອນ
(ພາບ: AFP/TTXVN)

(vovworld) – ຢ່າງ​ໜ້ອຍ​ສຸດ​ມີ 10 ຄົນ​ເສຍ​ຊີ​ວິດ, 30 ຄົນ​ຖືກ​ຮັບ​ບາດ​ເຈັບ​ໃນ​ການ​ບຸກ​ໂຈມ​ຕີ​ທາງ​ອາກາດ​ຂອງ ອິດສະຣາ​ແອນ ​ໃນ​ວັນ​ທີ 3/8, ​ເພື່ອ​ແນ​ໃສ່​ໂຮງຮຽນ​ແຫ່ງ​ໜຶ່ງ​ຂອງ ສະຫະ​ປະຊາ​ຊາດ​ຢູ່​ພາກ​ໃຕ້​ເຂດ ກາຊາ, ບ່ອນ​ທີ່ມີ​ຊາວ​ ​ປາ​ແລດສະ​ຕີນ ຫຼົບ​ລີ້​ເພື່ອ​ຫຼີກ​ລ້ຽງ​ການ​ບຸກ​ໂຈມ​ຕີດ້ານ​ການ​ທະຫານ​ຂອງ ອິດສະຣາ​ແອນ. ນີ້​ແມ່ນ​ຄັ້ງ​ທີ 3 ​ໃນ​ຮອບ​ເວ​ລາ 10 ວັນ​ຜ່ານ​ມາທີ່​ມີ​ໂຮງຮຽນ​ແຫ່ງ​ໜຶ່ງ​ຂອງ ສປຊ ຖືກ​ບຸກ​ໂຈມ​ຕີ. ​ແລະ​ກໍ່​ໃນ​ວັນ​ທີ 3/8, ​ໂຄສົກ​ກອງທັບ ອິດສະຣາ​ແອນ, ພັນຕີ Peter Lerner ​ໃຫ້ຮູ້​ວ່າ: ປະ​ເທດ​ນີ້​ເລີ່​ມຖອນ​ທະຫານ​ບົກ​ຈຳນວນ​ໜຶ່ງ​ອອກ​ຈາກ​ເຂດ ກາຊາ ​ແລະ ຜັນ​ຂະຫຍາຍ​ກຳລັງ​ອື່ນ​ລຽບ​ຕາມ​ຊາຍ​ແດນ​ກັບ​ເຂດ​ດິນ​​ແດນ​ນີ້​ຄືນ​ໃໝ່, ​ແຕ່​ຢັ້ງຢືນ​ບັ້ນ​ຮົບ​ການ​ທະຫານ​ໃນ​ປະຈຸ​ບັນ​ຍັງ​ຄົງ​ສືບ​ຕໍ່. ນັບ​ແຕ່​ເມື່ອ ອິດສະຣາ​ແອນ ປຸກລະດົມ​ບັ້ນ​ຮົບ “ປົກ​ປ້ອງ​ຊາຍ​ແດນ” ​ໃນ​ວັນ​ທີ 8/7, ກ່ວາ 1.300 ຄົນ​ເສ​ຍຊີວິດ​ໃນ​ນັ້ນ​ມີ​ຊາວ​ ປາ​ແລດ​ສະຕີ​ນ 1.253 ຄົນ, ຊາວ ອິດສະຣາ​ແອນ 56 ຄົນ​ນັບ​ທັງທະຫານອີກ.

 


ຂ່າວ/ບົດ​ອື່ນ