ອິດສະຣາແອນປະກາດວ່າພ້ອມແລ້ວທີ່ຈະເຈລະຈາກັບປາແລສຕິນ

ອິດສະຣາແອນປະກາດວ່າພ້ອມແລ້ວທີ່ຈະເຈລະຈາກັບປາແລສຕິນ  - ảnh 1
ນາ​ຍົກ​ລັດ​ຖະ​ມົນ​ຕີ ອິດ​ສະ​ຣາ​ແອນ Benjamin Netanyahu


(vovworld​) - ໃນ​ການ​ປະ​ຊຸມ​ກັບ​ກຸ່ມ​ນັກ​ເຄື່ອນ​ໄຫວ​ເມື່ອ​ວັນ​ທີ 1 ​ກັນ​ຍາ ​, ນາ​ຍົກ​ລັດ​ຖະ​ມົນ​ຕີ ອິດ​ສະ​ຣາ​ແອນ Benjamin Netanyahu ໄດ້​ປະ​ກາດ​ວ່າ​ພ້ອມ​ທີ່​ຈະ​ເຈ​ລະ​ຈາໂດຍ​ກົງ​ກັບ​ປະ​ທານາ​ທິ​ບໍ​ດີ ປາ​ແລ​ສ​ຕິນ ​ທ່ານ Mahmoud Abbas ເພື່ອ​ປຶກ​ສາ​ຫາ​ລື​ມາດ​ຕະ​ການ​ແກ້​ໄຂ​ໂດຍ​ຄົງ​ຕົວສອງ​ລັດຢ່າງ​ບໍ່​ມີ​​ເງື່ອນ​ໄຂ​. ນາ​ຍົກ​ລັດ​ຖະ​ມົນ​ຕີ ອິດ​ສະ​ຣາ​ແອນ Benjamin Netanyahu ໃຫ້​ຮູ້​ຕື່ມ​ອີກວ່າ ທ່ານ​ຍັງ​ຮັກ​ສາ​ຄຳ​ໝັນ​ສັນ​ຍາ​ສຳ​ລັບມາດ​ຕະ​ການ​ແກ້​ໄຂ​ໂດຍ​ຄົງ​ຕົວສອງ​ລັດ, ໃນ​ນັ້ນ​ມີ​ລັດ ປາ​ແລ​ສ​ຕິນ ປອດ​ການ​ທະ​ຫານ​ໃນ​ອະ​ນາ​ຄົດ ຈະ​ຍອມ​ຮັບ ອິດ​ສະ​ຣາ​ແອນ​ແມ່ນ​ລັດ​ຂອງ​ຊາວ​ຢິວ.

ຂ່າວ/ບົດ​ອື່ນ