ອິດສະຣາແອນມີປະທານາທິບໍດີຄົນໃຫມ່

ອິດສະຣາແອນມີປະທານາທິບໍດີຄົນໃຫມ່ - ảnh 1
ທ່ານ Reuven Rivlin
photo:internet


(vovworld)- ວັນ​ທີ 10/6,​ ສະມາ​ພາ​​ແຫ່ງ​ຊາດ ອິດ​ສ​ະ​ຣາ​ແອນ ໄດ້​ເລືອກ​ຕັ້ງ​ ທ່ານ Reuven Rivlin, ສະມາຊິກ​ພັກ Likud  ກຳ​ອຳນາດ​ ​​ເປັນ​ປະທານາທິບໍດີ ຜູ້​ທີ 10 ຂອງ​ປະ​ເທດ​ນີ້. ​ໃນ​​ການ​ປະກາດ​ໝາກຜົນ​ການ​ປ່ອນ​ບັດ​ປິດລັບ​ຂອງ​ສະພາ​ແຫ່ງ​ຊາດ ອິດສະຣາ​ແອນ, ທ່ານ ປະທານ​ສະພາ​ແຫ່ງ​ຊາດ ອິດສະຣາ​ແອນ Yuli Edelstein ຖະ​ແຫລ​ງວ່າ: ທ່ານ Rivlin ຍາດ​ໄຊຊະນະ​ດ້ວຍ ບັດ​ສະຫນັບສະຫນູນ 63/120 ບັດ,​​ໃນ​ຂະນະ​ທີ່​ຄູ່​ແຂ່ງ Meir Sheetrit ຍາດ​ໄດ້​ພຽງ 53 ບັດ. ທ່ານ Rivlin ຈະ​ແທນ​ໃຫ້​ທ່ານ​ປະທານາທິບໍດີ Shimon Peres, ຊື່​ງຈະ​ພົ້ນ​ຕຳ​ແຫນ່​ງ​ໃນ​ເດືອນ 7 ຈະ​ມາ​ເຖິງ. ທ່ານ​ປະທານາທິບໍດີ Rivlin ມີ ອາຍຸ 74 ປີ, ​ກອ່ນນີ້​​ເປັນ​ທະນາຍຄວາມ ​ແລະ ​ເປັນ​ປະທານ​ສະພາ​ແຫ່ງ​ຊາດ ອິດສະຣາ​ແອນ ​​ໃນ 2 ອາຍຸ​ການ.

 

 

 

 

 

 

ຂ່າວ/ບົດ​ອື່ນ