ອິດສະຣາແອນແລະປາແລດສະຕິນລົງປະຊາມະຕິກ່ຽວກັບຂໍ້ຕົກລົງສັນຕິພາບໃນອະນາຄົດ

ອິດສະຣາແອນແລະປາແລດສະຕິນລົງປະຊາມະຕິກ່ຽວກັບຂໍ້ຕົກລົງສັນຕິພາບໃນອະນາຄົດ - ảnh 1
ພາບປະກອບ:internet


(vovworld)- ວັນ​ທີ 22/7, ນາຍົກລັດຖະມົນຕີ ອິດສະຣາ​ແອນ Benjamin Netanyahu ​ໃຫ້​ຮູ້​ວ່າ: ອິດສະຣາ​ແອນ ພວມ​ຊຸກຍູ້​ຮ່າງ​ກົດໝາຍ​ອະນຸຍາດ​​ດຳ​ເນີນການ​ລົງ​ປະຊາ​ມະຕິ​ສຳ​ລັບທຸກ​ຂໍ້​ຕົກລົງ​ສັນຕິພາບ​ໃນ​ອະນາຄົດ​ກັບ                ປາ​ແລດ​ສະຕີ​ນ. ​ໃນ​ບົດ​ປາ​ໄສ​ຕໍ່​ສະພາ​ແຫ່ງ​ຊາດ ອິດສະ​ຣາ​ແອນ, ທ່ານ​ນາຍົກລັດຖະມົນຕີ Netanyahu ຢືນຢັນ​ຄວາມ​ຈຳ​ເປັນ​ຕ້ອງ​ປະຕິບັດ​ກາ​ນລົງ​ປະຊາ​ມະຕິ​ເພື່ອ​ສະກັດ​ກັ້ນ​ຄວາມ​ບໍ່​ລົງ​ລອຍ​ກັນ​ໃນ​ສັງຄົມ ອິດສະຣາ​ແອນ. ທ່ານ​ກໍ່​ໃຫ້​ຮູ້​ວ່າ ຈະ​ນຳ​ຮ່າງ​ກົດໝາຍ​ດັ່ງກ່າວ​ຕໍ່ຄະນະ​ລັດຖະບານ ​ແລະ ຍື່ນ​ສະ​ເຫ​ນີຕໍ່​ສະພາ​ແຫ່ງ​ຊາດ ​ແຕ່​ບໍ່​ເປີດ​ເຜີຍ​ຈຸດ​ເວລາ​ລະອຽດ. ​ໃນ​ວັນ​ດຽວ​ກັນ, ປະທານາທິບໍດີ ປາ​ແລດ​ສະຕີ​ນ Mahmoud Abbas ກໍ​ຖະ​ແຫລ​ງ ຈະ​ດຳ​ເນີນ​ການ​ລົງ​ປະຊາ​ມະຕິ​ສຳລັບ​ທຸກ​ຂໍ້​ຕົກລົງ​ສັນຕິພາບ​ໃນ​ອະນາຄົດ​ກັບ ອິດສະຣາ​ແອນ ພ້ອມ​ທັງ​ຢືນຢັນ​ຫລັກ​ໝັ້ນ​ສະ​ເຫມີ​ຕົ້ນ​ສະ​ເຫມີ​ປາຍ​ຂອງ​ ປາ​ແລດ​ສະຕີ​ນ ​ໃນ​ບັນຫາ​ສັນຕິພາບ ​ແລະ ຕາ​ເວັນ​ອອກ​ກາງ.

ຂ່າວ/ບົດ​ອື່ນ