ອິດ​ສະ​ລ​າ​ແອນ ຈັບ​ຕົວ ເຈົ້າ​ຄອງ Jerusalem ສັງ​ກັດ​ອຳ​ນາດ​ການ​ປົກ​ຄອງ ປາແລດສະຕິນ

(VOVWORLD) -ໃນບັ້ນບຸກໂຈມຕີໃນວັນທີ 14 ຕຸລາ, ບັນດາກຳລັງ ອິດສະລາແອນ ໄດ້ຈັດຕົວເຈົ້າຄອງນະຄອນ Jerusalem, ທ່ານ Adnan Ghaith, ໂດຍເປັນເຈົ້າໜ້າທີ່ ຂັ້ນສູງຂອງ  ປາແລດສະຕິນ.

ນອກຈາກນັ້ນ, ກຳລັງປ້ອງກັນຄວາມໝັ້ນຄົງ ອິດສະລາແອນ ຍັງຈັບຕົວອີກ 2 ຄົນໂດຍເປັນ ເລຂານຸການໃຫຍ່ຂອງຂະບວນການ Fatah ຢູ່ Jerusalem ແລະ ຢູ່ Isawiya, ເຂດໃກ້ຄຽງຂອງຊາວ  ປາແລດສະຕິນ ຢູ່ ພາກຕາເວັນອອກ Jerusalem. ຝ່າຍອິດສະລາແອນ ໃຫ້ຮູ້ວ່າ 3 ຄົນດັ່ງກ່າວຖືກຈັບຕົວ 2,3 ເທື່ອແລ້ວ ຍ້ອນວ່າ ໄດ້ຮ່ວມມືກັບອົງການປ້ອງກັນຄວາມໝັ້ນຄົງ  ປາແລດສະຕິນ ແລະ ສ້າງຄວາມກີດຂວາງໃຫ້ແກ່ເລື່ອງຂາຍເຮືອນຊານ ແລະ ອະສັງຫາລິມະຊັບ ຂອງຊາວ  ປາແລດສະຕິນ ຢູ່ Jerusalem ໃຫ້ແກ່ບັນດາສະຫະສະມາຄົມຊາວອົບພະຍົບຕັ້ງພູມລຳເນົາ.

ຕອບກັບ

ຂ່າວ/ບົດ​ອື່ນ