ອິດສະລາແອັນ ປະກາດແຜນການກໍ່ສ້າງເຮືອນຢູ່ຄົງທີ່ຕື່ມອີກ 2.500 ຫຼັງ

ອິດສະລາແອັນ ປະກາດແຜນການກໍ່ສ້າງເຮືອນຢູ່ຄົງທີ່ຕື່ມອີກ 2.500 ຫຼັງ - ảnh 1
(ພາບປະກອບ / AFP/TTXVN)

(vovworld) – ​ ​ ວັນ​ທີ 24/01 ກະຊວງ​ປ້ອງ​ກັນ​ປະ​ເທດ ອິດສະ​ລາ​​ແອັນ ປະກາດ​ວ່າ ປະ​ເທດ​ນີ້​ໄດ້​ເຫັນ​ດີ​ຕໍ່​​ແຜນການ​ກໍ່ສ້າງ​ເຮືອນ​ຢູ່​ຄົງ​ທີ່​ໃໝ່​ຢູ່​ຝັ່ງ​ຕາ​ເວັນ​ຕົກ​ຕື່ມ​ອີກ 2.500 ຫຼັງ. ນີ້​ແມ່ນ​ການປະກາດ​​ເທື່ອ​ທີ 2 ກ່ຽວ​ກັບ​ເລື່ອງ​ກໍ່ສ້າງ​ເຮືອນຢູ່​ຄົງ​ທີ່ໃໝ່​ຢູ່​ເຂດ​ແຄ​້ວນຢຶດຄອງ ນັບ​ແຕ່​ເມື່ອ​ທ່ານ​ປະທານາ​ທິບໍດີ ອາ​ເມ​ລິ​ກາ Donald Trump ຂຶ້ນ​ກຳ​ອຳນາດ. ​ແຜນການ​ດັ່ງກ່າວ​ໄດ້​ຮັບ​ການ​ຮັບຮອງ​ເອົາ​ຈາກ​ທ່ານ​ນາຍົກລັດຖະມົນຕີ Benjamin Netanyahu ​ແລະ ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ Avigdor Lieberman.

        ພາຍຫລັງ​ການ​ປະກາດດັ່ງກ່າວ ທ່ານ Nabil Abu Rdeneh ​ໂຄສົກ​ຂອງ​ທ່ານປະທານາທິບໍດີ ປາ​ແລັດ​ສະຕິ​ນ Mahmoud Abbas ຖື​ວ່າ ການ​ກະທຳ​ນີ້​ຂອງ ອິດສະ​ລາ​ແອັນ “​ໄດ້​ໃສ່​ບາດ​ຄອນ​ໃໝ່” ​ສຳລັບ​ບັນດາ​ຄວາມ​ມານະ​ພະຍາຍາມ​ທີ່​ນຳ​ມາ​ເຊິ່ງ​ສັນຕິພາບ​ໃຫ້​ພາກ​ພື້ນ ​ແລະ ຈະສົ່ງ​ເສີມ​ລັດ​ທິຫົວ​ຮຸນ​ແຮງ​ກໍ່​ຄືການ​ໃຊ້​ຄວາມ​ຮຸ​ນ​ແຮງ. ທ່ານ Nabil Abu Rdeneh ​ເນັ້ນ​ໜັກ​ວ່າ ຄວາມຕັດສິນ​ໃຈ​ນີ້​ແມ່ນ ​ບໍ່​ຫົວຊາຕໍ່ການຄັດຄ້ານຂອງ​ສາກົນ ​ແລະ ຮຽກຮ້ອງ​ປະຊາ​ຄົມ​ສາກົນ​ຄັດຄ້ານ​ຫຼັກ​ໝັ້ນ​ຂອງ ອິດສະ​ລາ​ແອັນ.

 

ຂ່າວ/ບົດ​ອື່ນ