ອິດສະລາແອນແລະອາເມລິກາຈະປຶກສາຫາລືກ່ຽວກັບສັນຕິພາບຢູ່ຕາເວັນອອກກາງ

ອິດສະລາແອນແລະອາເມລິກາຈະປຶກສາຫາລືກ່ຽວກັບສັນຕິພາບຢູ່ຕາເວັນອອກກາງ - ảnh 1
ທ່ານ​ນາຍົກລັດຖະມົນຕີ Benjamin Netanyahu ​ແລະ
ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ John Kerry
(ພາບ: Times of Israel)

(vovworld) - ​​ ວັນ​ທີ 19/06 ສື່​ມວນ​ຊົນ ອິດສະ​ລາ​ແອນ ​ໃຫ້​ຮູ້​ວ່າ: ທ່ານ​ນາຍົກລັດຖະມົນຕີປະ​ເທດ​ນີ້ Benjamin Netanyahu ​ແລະ ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ John Kerry ຈະ​ມີ​ການພົບ​ປະ​ຢູ່ ​ເອີ​ລົບ ​ໃນ​ອາທິດ​ຈະ​ມາ​ເຖິງ ​ເພື່ອ​ແນ​​ໃສ່​ປຶກສາ​ຫາລື​ດ່ວນ ກ່ຽວ​ກັບ​ວິວັດ​ການ​ເຈລະຈາ​ສັນຕິພາບ ອິດສະ​ລາ​​ແອນ ​ແລະ ປາ​ແລັດ​ສະຕິ​ນ. ອິດສະ​ລາ​ແອນ ສະ​ເໜີ​ມີ​ການ​ພົບ​ປະ​ກັບ​ຝ່າຍ ອາ​ເມ​ລິ​ກາ ພາຍ​ຫລັງ​​ຖືກ​ປະລາ​ໄຊໃນ​ການ​ກີດຂວາງ​ຈັດ​ຕັ້ງການ​ປະຊຸມ​ສາກົນ​ກ່ຽວ​ກັບ​ສັນຕິພາບ​ຕາ​ເວັນ​ອອກ​ກາງ ​ໂດຍ ຝະລັ​່ງ ລິ​ເລີ່​ມ ​ເຊິ່ງຈະ​ດຳ​ເນີນ​ໃນ​ລະດູ​ແລ້ງ​ປີ​ນີ້. ການ​ພົບ​ປະລະ​ຫວ່າງ ອິດສະ​ລາ​ແອນ ​ແລະ ອາ​ເມ​ລິ​ກາ ຄັ້ງ​ນີ້ ​ໄດ້​ຮັບ​ຖື​ວ່າ ຈະສຸມ​ໃສ່​ການ​ປຶກສາ​ຫາລືບັນດາ​ວິທີ​ການ ​​ເພື່ອ​ແນ​ໃສ່​ດຳ​ເນີນ​ວິວັດ​ການ​ເຈລະຈາ​ຄືນ​ໃໝ່​ກັບ ປາ​ແລັດ​ສະຕິ​ນ, ​ໂດຍອີງ​ໃສ່​ບັນດາ​ພື້ນຖານ ​ເຊິ່ງອະ​ດີດນາຍົກລັດຖະມົນຕີ ອັງກິດ Tony Blair ​ແລະ ບັນດາ​ປະ​ເທດ ອາ​ລັບ ພິ​ເສດ​ແມ່ນ ອາ​ຣັບບີ ຊະ​ອຸ​ດິ ​ແລະ ອີ​ຢີບ ພວມ​ມານະ​ພະຍາຍາມ​ຊຸກຍູ້.

 

ຂ່າວ/ບົດ​ອື່ນ