ອີຕາລີ ປາດຖະໜາຢາກກາຍເປັນຄູ່ຮ່ວມມືແຖວໜ້າດ້ານກະສິກຳຂອງ ຫວຽດນາມ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ 2 ຝ່າຍຕ້ອງເອົາໃຈໃສ່ເຖິງການຮ່ວມມືປຸງແຕ່ງຜະລິດຕະພັນກະເສດແບບລວງເລິກ, ຖ່າຍທອດເຕັກໂນໂລຊີສູງ, ຊຸກຍູ້ນະວັດຕະກຳ
ອີຕາລີ ປາດຖະໜາຢາກກາຍເປັນຄູ່ຮ່ວມມືແຖວໜ້າດ້ານກະສິກຳຂອງ ຫວຽດນາມ - ảnh 1ທ່ານນາຍົກລັດຖະມົນຕີ  ຟ້າມມິງຈີງ ຕ້ອນຮັບທ່ານລັດຖະມົນຕີກະຊວງກະສິກຳ, ສິດທັນຍາຫານ ແລະ ການປາໄມ້  ອີຕາລີ Francesco Lollobrigida
(ພາບ: TTXVN)

        ຕອນບ່າຍວັນທີ 01 ມີນາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈີງ ໄດ້ຕ້ອນຮັບທ່ານລັດຖະມົນຕີກະຊວງກະສິກຳ, ສິດທັນຍາຫານ ແລະ ການປາໄມ້  ອີຕາລີ Francesco Lollobrigida, ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

        ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ 2 ຝ່າຍຕ້ອງເອົາໃຈໃສ່ເຖິງການຮ່ວມມືປຸງແຕ່ງຜະລິດຕະພັນກະເສດແບບລວງເລິກ, ຖ່າຍທອດເຕັກໂນໂລຊີສູງ, ຊຸກຍູ້ນະວັດຕະກຳ, ຫັນປ່ຽນດີຈີຕອນ, ເສດຖະກິດສີຂຽວ, ເຊື່ອມຕໍ່ວິສາຫະກິດ 2 ປະເທດ, ພັດທະນາເສດຖະກິດກະສິກຳ. ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ, ຫວຽດນາມ ພ້ອມແລ້ວຈະເປັນຂົວຕໍ່, ສົມທົບກັນຊຸກຍູ້ການພົວພັນຄູ່ຮ່ວມມືພັດທະນາລະຫວ່າງ ອີຕາລີ ແລະ ຫວຽດນາມ; ກໍຄືຊຸກຍູ້ການພົວພັນລະຫວ່າງ ອີຕາລີ ກັບບັນດາປະເທດ ອາຟະລິກາ ແລະ ບັນດາປະເທດອື່ນ ຜ່ານຮູບແບບຮ່ວມມື 3 ຝ່າຍໃນການ ຄ້ຳປະກັນຄວາມໝັ້ນຄົງດ້ານສະບຽງອາຫານ.

        ສ່ວນທ່ານລັດຖະມົນຕີ Francesco Lollobrigida, ຕີລາຄາວ່າ, ຫວຽດນາມ ມີຄວາມສາມາດບົ່ມຊ້ອນ, ທ່າແຮງທີ່ໃຫຍ່ຫຼວງດ້ານກະສິກຳ, ທ່ານຢືນຢັນວ່າ, ອີຕາລີ ພ້ອມແລ້ວຈະແບ່ງປັນ, ແລກປ່ຽນບົດຮຽນ, ເຕັກໂນໂລຊີ, ເຄື່ອງຈັກ ແລະ ບັນດາ ຜົນງານດ້ານກະສິກຳກັບ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ