ອີ​ຕາ​ລີ ຮຽກ​ຮ້ອງ​ໃຫ້ ອີ​ຢູ ມີ​ປະ​ຕິ​ກິ​ລິ​ຍາ​ໂດຍ​ດ່ວນ​ກ່ຽວ​ກັບ​ພະ​ລັງ​ງານ

(VOVWORLD) -ວັນທີ 4 ກັນຍາ, ເມື່ອກ່າວຄຳເຫັນທີ່ເວທີປາໄສ European House – Ambrosetti ຄັ້ງທີ 48 ຈັດຂຶ້ນຢູ່ແຂວງ Como ຂອງ ອີຕາລີ, ທ່ານປະທານາທິບໍດີ ອີຕາລີ Sergio Mattarella ເນັ້ນໜັກວ່າ ເອີຣົບ ຕ້ອງມີປະຕິກິລິຍາໂດຍດ່ວນ ເມື່ອປະເຊີນໜ້າກັບບັນຫາລາຄາພະລັງງານເພີ່ມຂຶ້ນຢ່າງວ່ອງໄວ.
ອີ​ຕາ​ລີ ຮຽກ​ຮ້ອງ​ໃຫ້ ອີ​ຢູ ມີ​ປະ​ຕິ​ກິ​ລິ​ຍາ​ໂດຍ​ດ່ວນ​ກ່ຽວ​ກັບ​ພະ​ລັງ​ງານ - ảnh 1ທ່ານປະທານາທິບໍດີ Sergio Mattarella (ພາບ: ansa.it)  

ທ່ານປະທານາທິບໍດີ Sergio Mattarella ຢັ້ງຢືນວ່າ ບັນດາປະເທດ ຢູ່ໂດດດ່ຽວຈະບໍ່ສາມາດຮັບມືກັບວິກິດການໄດ້ ແລະ ໃນຄວາມມານະພະຍາຍາມຫຼຸດພົ້ນອອກຈາກການເອື່ອຍອີງໃສ່ແຫຼ່ງພະລັງງານຂອງ ລັດເຊຍ,  ເອີຣົບ ຕ້ອງປະຕິບັດບາດກ້າວເດີນຢ່າງກະໂດດກ່ຽວກັບຄວາມຕັດສິນໃຈດ້ານການເມືອງ, ການເຊື່ອມໂຍງ ແລະ ປ່ຽນແປງໃໝ່. ສະຫະພາບເອີຣົບ ແມ່ນປັດໄຈສຳຄັນໜຶ່ງດຽວທີ່ສາມາດຊ່ວຍຫຼຸດຜ່ອນລາຄາພະລັງງານ, ໜູນຊ່ວຍການເຄື່ອນໄຫວຜະລິດ, ຮັບປະກັບການບໍລິການຕ່າງໆໃຫ້ແກ່ປະຊາຊົນ.

ເວທີປາໄສ Eurpean House – Ambrosetti ແມ່ນເຫດການຈັດຂຶ້ນປະຈຳປີ ແຕ່ປີ 1975, ເຕົ້າໂຮມບັນດາປະມຸກລັດ ແລະ ການນຳລັດຖະບານ, ຜູ້ຕາງໜ້າອົງການຈັດຕັ້ງ ແລະ ການນຳວິສາຫະກິດເອີຣົບ ເພື່ອປຶກສາຫາລືກ່ຽວກັບສິ່ງທ້າທາຍທົ່ວໂລກໃນອະນາຄົດ. ເວທີປາໄສປີນີ້ ດຳເນີນແຕ່ວັນທີ 2 ກັນຍາ ຫາວັນທີ 4 ກັນຍາ.


ຕອບກັບ

ຂ່າວ/ບົດ​ອື່ນ