ອີຕາລີແລະແອດສະປາຍຈັບຕົວຫຼາຍເປົ້າໝາຍກ່ຽວຂ້ອງເຖິງIS

ອີຕາລີແລະແອດສະປາຍຈັບຕົວຫຼາຍເປົ້າໝາຍກ່ຽວຂ້ອງເຖິງIS - ảnh 1
ແອດ​ສະປາຍຈັບ​ຕົວ​ຫຼາຍ​ເປົ້າ​ໝາຍ​ກ່ຽວ​ຂ້ອງ​ເຖິງ IS
(ພາບ: AFP/TTXVN)

​​(vovworld) - ວັນ​ທີ 22/07, ຕຳຫຼວດ​ອີ​ຕາ​ລີ​ ​ໄດ້ຈັບຕົວ​ຊາວ Tunisia ຄົນ​ໜຶ່ງ ​ແລະ ຊາວປາ​ກິດສຖານ ຄົນ​ໜຶ່ງ ຍ້ອນ​ສົງ​ໄສ​ວ່າ ບັນດາ​ເປົ້າ​ໝາຍ​ນີ້​ມີ​ກົນ​ອຸ​ບາຍ​ຍຸກ​ໂຈມ​ຕີ​ກໍ່​ການ​ຮ້າຍ ​ແລະ ​ເຜີຍ​ແຜ່​ສານມູນ​ທາງ​ອີນ​ເຕີ​ແນັດສະ​ໜັບສະ​ໜູນກຸ່ມລັດ​ອິດສະ​ລາມ​ IS ​​ອ້າງ​ຊື່​​ເອງ. ​ແລະ​ກໍ​ໃນ​ວັນດຽວ​ກັນ, ກະຊວງ​ພາຍ​ໃນແອດ​ສະປາຍ ​ໃຫ້​ຮູ້​ວ່າ, ຕຳຫຼວດ​ປະ​ເທດ​ນີ້​ໄດ້​ສົມທົບ​ກັບ​ອຳນາດ​ການ​ປົກຄອງ Maroc ຈັບ​ຕົວ​ຄົນ​ໜຶ່ງ ຍ້ອນ​ໄດ້ໂຄສະນາ ​ແລະ ຮັບສະໝັກ​ສະມາຊິກ​ໃຫ້ IS. ນີ້​ແມ່ນ​ພາກສ່ວນ​ໜຶ່ງ​ໃນ​ບັ້ນ​ຮົບ​ຕ້ານ​ເຄືອ​ຂ່າຍ​ລອກ​ຈັບ​ຕົວ​ແມ່​ຍິງ​​ເພື່ອ​ສົ່ງ​ໄປ​ຊີຣີ ​ແລະ ອີຣັກ.

ຂ່າວ/ບົດ​ອື່ນ