ອິນ​ເດຍ ຕີ​ລາ​ຄາ​ລັກ​ສະ​ນະ​ປະ​ສິດ​ທິ​ຜົນ ແລະ ມີ​ຄຸນ​ນະ​ພາບໃນ ​ການ​ຢ້ຽມ​ຢາມ​ ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ

(VOVWORLD) -ທ່ານ Modi ໄດ້ຕີລາຄາສູງເລື່ອງທ່ານປະທານາທິບໍດີ Putin ມາຢ້ຽມຢາມ ອິນເດຍ ແລະ ຊີ້ແຈ້ງວ່າ: ໂດຍບໍ່ຫົວຊາຕໍ່ບັນດາສິ່ງທ້າທາຍມາຈາກ ໂຄວິດ - 19, ຄວາມໄວໃນການພັດທະນາຂອງ ການພົວພັນລະຫ່ວາງ ອິນເດຍ - ລັດເຊຍ ບໍ່ມີການປ່ຽນແປງ. 

 

ອິນ​ເດຍ ຕີ​ລາ​ຄາ​ລັກ​ສະ​ນະ​ປະ​ສິດ​ທິ​ຜົນ ແລະ ມີ​ຄຸນ​ນະ​ພາບໃນ ​ການ​ຢ້ຽມ​ຢາມ​ ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ - ảnh 1ທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi ເຈລະຈາກັບທ່ານປະທານາທິບໍດີ ລັດເຊຍ Vladimir Putin (ພາບ: ANI)

ຕອນຄ່ຳວັນທີ 6 ທັນວາ ຢູ່ New Delhi, ທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi ໄດ້ມີການເຈລະຈາກັບທ່ານປະທານາທິບໍດີ ລັດເຊຍ Vladimir Putin, ຢັ້ງຢືນການພົວພັນຄູ່ຮ່ວມມື ລະຫວ່າງ ອິນເດຍ - ລັດເຊຍ ແມ່ນຮູບແບບທີ່ເປັນເອກະລັກສະເພາະ ແລະ ມີຄວາມໄວ້ເນື້ອເຊື່ອໃຈຂອງ ນ້ຳໃຈມິດຕະພາບ ລະຫວ່າງບັນດາປະເທດ. ທ່ານ Modi ໄດ້ຕີລາຄາສູງເລື່ອງທ່ານປະທານາທິບໍດີ Putin ມາຢ້ຽມຢາມ ອິນເດຍ ແລະ ຊີ້ແຈ້ງວ່າ: ໂດຍບໍ່ຫົວຊາຕໍ່ບັນດາສິ່ງທ້າທາຍມາຈາກ ໂຄວິດ - 19, ຄວາມໄວໃນການພັດທະນາຂອງ ການພົວພັນລະຫ່ວາງ ອິນເດຍ - ລັດເຊຍ ບໍ່ມີການປ່ຽນແປງ. ການພົວພັນຄູ່ຮ່ວມມືຍຸດທະສາດ ພິເສດ ແລະ ສິດພິເສດຂອງສອງປະເທດສືບຕໍ່ໝັ້ນແກ່ນກ່ວາອີກ. ສ່ວນທ່ານປະທານາທິບໍດີ ລັດເຊຍ Putin ຢັ້ງຢືນວ່າການພົວພັນຄູ່ຮ່ວມມືລະຫວ່າງສອງປະເທດ ພວມພັດທະນາ ແລະ ລ້ວນແຕ່ມຸ່ງໄປເຖິງອະນາຄົດ, ສອງປະເທດຈະສືບຕໍ່ຮ່ວມມືກັນຊຸກຍູ້ການເຕີບໂຕໃນບັນດາຂົງເຂດຄືພະລັງງານ, ປ່ຽນແປງໃໝ່ປະດິດຄິດສ້າງ, ອາວະກາດ, ການຜະລິດວັກຊິນ ແລະ ຢາປິ່ນປົວ ໂຄວິດ - 19.

ແລະ ກໍ່ໃນວັນດຽວກັນ, ພາຍຫຼັງການເຈລະຈາລະຫວ່າງ ທ່ານປະທານາທິບໍດີ Vladimir Putin ແລະ ທ່ານນາຍົກລັດຖະມົນຕີ Narendra Modi, ທ່ານ Harsh Vardhan Shringla ເລຂາພົວພັນຕ່າງປະເທດກະຊວງການຕ່າງປະເທດ ອິນເດຍ ເນັ້ນໜັກວ່າ: ການຢ້ຽມຢາມຂອງທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄປຍັງອິນເດຍ ເຖິງວ່າສັ້ນກໍ່ຕາມ ແຕ່ມີປະສິດທິຜົນສູງ ແລະ ມີລັກສະນະຢ່າງແທດຈິງ, ໃນນັ້ນສອງຝ່າຍໄດ້ລົງນາມຂໍ້ຕົກລົງ/ບົດບັນທຶກຊ່ວຍຈຳ 28 ສະບັບ.

ຕອບກັບ

ຂ່າວ/ບົດ​ອື່ນ