ອິນເດຍ ເນັ້ນໜັກບຸລິມະສິດໃນອາຍຸການເປັນປະທານ G20

(VOVWORLD) - ທ່ານນາຍົກລັດຖະມົນຕີ Narendra Modi ຢັ້ງຢືນວ່າ: ເລື່ອງດຳລົງຕຳແໜ່ງເປັນປະທານໜູນວຽນ G20 ແມ່ນ “ກາລະໂອກາດໃຫຍ່”...
ອິນເດຍ ເນັ້ນໜັກບຸລິມະສິດໃນອາຍຸການເປັນປະທານ G20 - ảnh 1ທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo (ເບື້ອງຂວາ) ມອບຕຳແໜ່ງປະທານ G20 ໃຫ້ແກ່ທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi ທີ່ພິທີອັດກອງປະຊຸມສຸດຍອດ G20 ຢູ່ບາລີ, ປະເທດ ອິນໂດເນເຊຍ (ພາບ: AFP/TTXVN)

ວັນທີ 27 ພະຈິກ, ທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi ໄດ້ຖະແຫຼງວ່າ: ປະເທດນີ້ຈະສຸມໃສ່ບັນດາຜົນປະໂຫຍດທົ່ວໂລກ ແລະ ຄວາມວັດທະນາຖາວອນຂອງໂລກໃນເວລາເປັນປະທານກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນແຖວໜ້າຂອງໂລກ (G20).

        ໃນບົດກ່າວປາໄສທາງວິທະຍຸປະຈຳເດືອນ “Mann Ki Baat” (ສ່ອງແສງບັນຫາ), ທ່ານນາຍົກລັດຖະມົນຕີ Narendra Modi ຢັ້ງຢືນວ່າ: ເລື່ອງດຳລົງຕຳແໜ່ງເປັນປະທານໜູນວຽນ G20 ແມ່ນ “ກາລະໂອກາດໃຫຍ່” ຂອງ ອິນເດຍ. ຫົວຂໍ້ທີ່ ອິນເດຍ ຍົກອອກມາໃນອາຍຸການເປັນປະທານ G20 ແມ່ນ “ໜ່ວຍໂລກໜຶ່ງ, ຄອບຄົວໜຶ່ງ, ອະນາຄົດໜຶ່ງ”.

        ອິນເດຍ ຈະເລີ່ມດຳລົງຕຳແໜ່ງເປັນປະທານ G20 ແຕ່ວັນທີ 1 ທັນວາ 2022 ຮອດ ວັນທີ 30 ພະຈິກ 2023, ພາຍຫຼັງ ອິນໂດເນເຊຍ ປະຕິບັດບົດບາດເປັນປະທານໝູນວຽນ ສຳເລັດຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ