ອິນ​ເດຍ ເປັນ​ປະ​ທານກອງ​ປະ​ຊຸມ​ສຸດຍອດ ສຽງ​ເວົ້າທາງ​ທິດ​ໃຕ້ ຄັ້ງ​ທີ 2

(VOVWORLD) -  ກອງປະຊຸມສຸດຍອດສຽງເວົ້າທາງທິດໃຕ້ (VOGSS) ແມ່ນຂໍ້ລິເລີ່ມຂອງ ອິນເດຍ ໃນປີດຳລົງບົດບາດເປັນປະທານກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍພົ້ນເດັ່ນແຖວໜ້າໂລກ (G20). ກອງປະຊຸມສຸມໃສ່ການແບ່ງປັນບັນດາໝາກຜົນເຊິ່ງບັນດາປະເທດທາງທິດໃຕ້ບັນລຸໄດ້ໃນຂອບເຂດອາຍຸການເປັນປະທານ G20 ຂອງ ອິນເດຍ ປີ 2023. 
ອິນ​ເດຍ ເປັນ​ປະ​ທານກອງ​ປະ​ຊຸມ​ສຸດຍອດ ສຽງ​ເວົ້າທາງ​ທິດ​ໃຕ້ ຄັ້ງ​ທີ 2 - ảnh 1 ທ່ານນາຍົກລັດຖະມົນຕີ ອິນເດຍ  Narendra Modi ກ່າວຄຳເຫັນທີ່ພິທີໄຂ ກອງປະຊຸມສຸດຍອດສຽງເວົ້າທາງທິດໃຕ້ ຄັ້ງທຳອິດ (ພາບ:  ANI)

ຕອນເຊົ້າວັນທີ 17 ພະຈິກ, ຢູ່ ອິນເດຍ, ໄດ້ໄຂກອງປະຊຸມສຸດຍອດສຽງເວົ້າທາງທິດໃຕ້ ຄັ້ງທີ 2, ໂດຍໄດ້ດຳເນີນຕາມຮູບແບບທາງໄກ ດ້ວຍການເປັນປະທານ ຂອງ ອິນເດຍ, ນີ້ແມ່ນເວທີປາໄສ ເພື່ອປຶກສາຫາລືບັນດາມາດຕະການຮັກສາກຳລັງ ມຸ່ງໄປເຖິງຄາດຫວັງລວມ ກ່ຽວກັບການສ້າງໂລກແຫ່ງຄວາມລະບຽບຮຽບຮ້ອຍຢ່າງຮອບດ້ານ, ຕາງໜ້າໃຫ້ຫຼາຍປະເທດກວ່າ ແລະ ກ້າວໜ້າກວ່າ.

        ກອງປະຊຸມສຸດຍອດສຽງເວົ້າທາງທິດໃຕ້ (VOGSS) ແມ່ນຂໍ້ລິເລີ່ມຂອງ ອິນເດຍ ໃນປີດຳລົງບົດບາດເປັນປະທານກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍພົ້ນເດັ່ນແຖວໜ້າໂລກ (G20). ກອງປະຊຸມສຸມໃສ່ການແບ່ງປັນບັນດາໝາກຜົນເຊິ່ງບັນດາປະເທດທາງທິດໃຕ້ບັນລຸໄດ້ໃນຂອບເຂດອາຍຸການເປັນປະທານ G20 ຂອງ ອິນເດຍ ປີ 2023. ບັນດາສິ່ງທ້າທາຍ ຍ້ອນການຜັນແປຂອງທົ່ວໂລກວາງອອກ ກໍຈະໄດ້ນຳມາປຶກສາຫາລື. ເວທີປາໄສຄັ້ງທີ 2 ຈະ ມີທັງໝົດວາລະປຶກສາຫາລື 10 ຄັ້ງ, ໃນນັ້ນ ມີ 8 ວາລະປະຊຸມຂັ້ນລັດຖະມົນຕີ ດ້ວຍຫົວຂໍ້ຕ່າງໆຄື ການຕ່າງປະເທດ, ການສຶກສາ, ການເງິນ, ສິ່ງແວດລ້ອມ, ພະລັງງານ, ສາທາລະນະສຸກ ແລະ ການຄ້າ.

        ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ຈະເຂົ້າຮ່ວມກອງປະຊຸມ ແລະ ມີບົດກ່າວປາໄສສົ່ງສານເຖິງກອງປະຊຸມໃນວາລະປະຊຸມ ທີ່ມີຫົວຂໍ້: “ອິນເດຍ ແລະ ທາງທິດໃຕ້: ພ້ອມກັນພັດທະນາເພື່ອອະນາຄົດທີ່ດີງາມກວ່າ”.

ຟານຕຸງ - ນັກຂ່າວ VOV ປະຈຳ New Delhi

ຕອບກັບ

ຂ່າວ/ບົດ​ອື່ນ