ອິນເດຍ ແລະ ຝະລັ່ງ ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ

ອິນເດຍ ແລະ ຝະລັ່ງ ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ - ảnh 1
ທ່ານ Jean Marc Ayrault ​ພົບ​ປະ​ເຈລະຈາ​ກັບ​
ທ່ານ​ນາຍົກລັດຖະມົນຕີ ອິນ​ເດຍ Narendra Modi
(ພາບ: AFP/TTXVN)

(vovworld) – ​ ວັນ​ທີ 08/01 ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຝະລັ່ງ Jean Marc Ayrault ​ເລີ່​ມຕົ້ນ​ການ​ຢ້ຽມຢາມ ອິນ​ເດຍ ​ເປັນ​ເວລາ 4 ວັນ ​ແລະ ມີ​ການ​ພົບ​ປະ​ເຈລະຈາ​ກັບ​ທ່ານ​ນາຍົກລັດຖະມົນຕີ ອິນ​ເດຍ Narendra Modi ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ 2 ປະ​ເທດ. 2 ຝ່າຍ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ຮ່ວມ​ມື​​ແບບ​ພິ​ເສດ ​ໃນ​ຂົງ​ເຂດ​ປ້ອງ​ກັນຊາ​ດ, ​ພາຍຫລັງທີ່ ຝະລັ່ງ ຂາຍ​ເຮືອບິນ​ສູ້​ຮົບ Rafale 36 ລຳ ​ໃຫ້​ ອິນ​ເດຍ ດ້ວຍ​ຍອດ​ມູນ​ຄ່າ 8 ຕື້ ຢູ​ໂຣ ພຽງ​ແຕ່ 2, 3 ​ເດືອນ​ເທົ່ານັ້ນ.

        ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ​ພາຍຫລັງ​ການ​ພົບ​ປະ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຝະລັ່ງ Jean Marc Ayrault ​ໃຫ້​ຮູ້​ວ່າ: ຈຸດປະສົງ​ຂອງ​ການ​ຢ້ຽມຢາມ​ຄັ້ງ​ນີ້ ​ແມ່ນ​ແນ​ໃສ່​ເນັ້ນ​ໜັກ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ​ແລະ ຍົກ​ສູງ​ການ​ພົວພັນ​ດັ່ງກ່າວ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່. ກ່ຽວຂ້ອງ​ເຖິງ​ຄວາມ​ສາມາດ​ຈະລົງ​ນາມ​ໃນ​ບັນດາ​ຂໍ້​ຕົກລົງ​ອາວຸດ​ໃນ​ອະນາຄົດ​ລະຫວ່າງ ຝະລັ່ງ - ອິນ​ເດຍ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຝະລັ່ງ Jean Marc Ayrault ​ໃຫ້​ຮູ້​ວ່າ ທ່ານ​ນາຍົກລັດຖະມົນຕີ Narendra Modi ພ້ອມ​ແລ້ວທີ່​ຈະ​ພິຈາລະນາ​ທຸກ​ບັນ​ຫາ.

ຂ່າວ/ບົດ​ອື່ນ