ອິນເດຍ ແລະ ອາເມລິກາ ດຳເນີນຮອບເຈລະຈາການຄ້າຄັ້ງທຳອິດໃນຮອບເວລາ 4 ປີ

ອິນເດຍ ແລະ ອາເມລິກາ ດຳເນີນຮອບເຈລະຈາການຄ້າຄັ້ງທຳອິດໃນຮອບເວລາ 4 ປີ - ảnh 1
(ພາບປະກອບ)

(vovworld) – ວັນ​ທີ 25/11, ອາ​ເມ​ລິ​ກາ ​ແລະ ອິນ​ເດຍ ​ໄດ້​ດຳ​ເນີນ​ຮອບ​ເຈລະຈາ​ດ້ານ​ການ​ຄ້າ​ຄັ້ງ​ທຳ​ອິດ​ຢ່າງ​ເປັນ​ທາງ​ການ​ລະຫວ່າງ 2 ປະ​ເທດ​ໃນ​ໄລຍະ 4 ປີຜ່ານມາ. ການ​ເຈລະຈາ​ດຳ​ເນີນ​ໄປ​ຢູ່​ນະຄອນຫຼວງ New Delhi, ປະ​ເທດ​ອິນ​ເດຍ. ຖະ​ແຫຼ​ງການ​ຮ່ວມ​ສິ້ນ​ສຸດ​ຮອບ​ເຈລະຈາ​ຊີ້​ແຈ້ງວ່າ, ​ເຖິງ​ວ່າ 2 ຝ່າຍ​ບໍ່​ບັນລຸ​ໄດ້​ບາດກ້າວ​ບຸກ​ທະລຸ​ໃດໆ​ກໍ່ຕາມ ​ແຕ່​ໄດ້​ວາງ​ອອກ​ບັນດາ​ແຜ​ນການ​ໃຫ້ການ​ເຈລະຈາ​ຄັ້ງ​ຕໍ່​ໄປ, ​ໂດຍສຸມ​ໃສ່​​ເຂົ້າ​ໃນ​ຂົງ​ເຂດ​ກະສິກຳ, ບັນດາ​ຂະ​ແໜງ​ການ​ບໍລິການ, ຜະລິດ ​ແລະ ຊັບ​ສິນ​ທາງ​ປັນຍາ. ກ່າວ​ຄຳ​ເຫັນທີ່​ການ​ປະຊຸມ​ຂ່າວພາຍ​ຫຼັງຮອບ​ເຈລະຈາ ​ເຊິ່ງ​ໄດ້​ມີ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ​ລັດຖະມົນຕີ​ວ່າການ​ການ​ຄ້າ​ອິນ​ເດຍ Nirmala Sithamaran, ຜູ້​ຕ່າງ​ຫນ້າ​ດ້ານ​ການ​ຄ້າ​ອາ​ເມລິ​ກາ ທ່ານ Michael Froman ​ໄດ້​ສະ​ແດງ​ຄວາມ​ປະ​ທັບ​ໃຈຕໍ່​ໝາກຜົນ​ການ​ເຈລະຈາ​ຄັ້ງ​ນີ້, ​ແຕ່​ໃຫ້​ຮູ້​ວ່າ, 2 ຝ່າຍອາດຈະບໍ່​ບັນລຸ​ໄດ້​ບາດກ້າວ​ບຸກທະລຸ​ສຳຄັນ​ໃນ​ການ​ຢ້ຽມຢາມ​ອິນ​ເດຍ ຂອງ​ທ່ານ​ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ​ໃນ​ເດືອນ 01/2015. ທ່ານ Froman ກະຕຸກ​ຊຸກຍູ້​ອິນ​ເດຍ ຮັກສາ​ນະ​ໂຍບາຍ​ຕະຫຼາດ​ເປີດ ​ແລະ ຮັບປະກັນ​ໃຫ້​ບັນ​ດາ​ນັກ​ລົງທຶນ​ຕ່າງປະ​ເທດ​ໄດ້​ເຄື່ອນ​ໄຫວ​ໃນ​ສະພາບ​ແວດ​ລ້ອມ​ສັນຕິພາບ, ກະຈາງ​ແຈ້ງ ​ແລະ ​ເໝາະ​ສົມ.

ຂ່າວ/ບົດ​ອື່ນ