ອິນເດຍແມ່ນແຫ່ຼງສະໜອງດ້ານການເງິນ,ເຕັກໂນໂລຊີແລະຊັບພະຍາກອນມະນຸດທີ່ມີຄຸນນະພາບສູງໃຫ້ແກ່ຫວຽດນາມ

(VOVWORLD) -ບັນດາແຂວງ, ນະຄອນເອົາໃຈໃສ່ເຖິງການດຶງດູດເງິນລົງທຶນຈາກອິນເດຍ ໃຫ້ຫຼາຍກວ່າ
ອິນເດຍແມ່ນແຫ່ຼງສະໜອງດ້ານການເງິນ,ເຕັກໂນໂລຊີແລະຊັບພະຍາກອນມະນຸດທີ່ມີຄຸນນະພາບສູງໃຫ້ແກ່ຫວຽດນາມ - ảnh 1ເວທີປາໄສການລົງທຶນຫວຽດນາມ - ອິນເດຍ
(ພາບ: congthuong.vn)

ອິນເດຍ ແມ່ນແຫຼ່ງສະໜອງດ້ານການເງິນ, ເຕັກໂນໂລຊີ ແລະ ຊັບພະຍາກອນມະນຸດທີ່ມີຄຸນນະພາບສູງໃຫ້ແກ່ ຫວຽດນາມ. ນັ້ນແມ່ນຄຳກ່າວປະໄສຂອງທ່ານເອກອັກຄະລັດຖະທູດຫວຽດນາມ ຟ້າມແຊັງເຈົາ ທີ່ “ເວທີປາໄສການລົງທຶນຫວຽດນາມ - ອິນເດຍ” ໂດຍຄະນະຄົ້ນຄວ້າພັດທະນາເສດຖະກິດເອກະຊົນ, ສະຖານກົງສູງອິນເດຍ ປະຈຳນະຄອນໂຮ່ຈີມິນ, ສູນສົ່ງເສີມການຄ້າ ແລະ ການລົງທຶນນະຄອນໂຮ່ຈີມິນ ແລະ ກຸ່ມບໍລິສັດ Vina Capital ຈັດຕັ້ງຂຶ້ນທາງອອນລາຍ ແລະ ໂດຍກົງຢູ່ນະຄອນໂຮ່ຈີມິນ ໃນຕອນເຊົ້າວັນທີ 22 ມັງກອນ.

        ກ່າວຄຳເຫັນທີ່ເວທີປາໄສ, ທ່ານເອກອັກຄະລັດຖະທູດຫວຽດນາມ ຟ້າມແຊັງເຈົາ ໄດ້ເນັ້ກໜັກເຖິງຄວາມສາມາດບົ່ມຊ້ອນບາງຢ່າງຂອງອິນເດຍ ກ່ຽວກັບແຫຼ່ງການເງິນບ້ວງສິນເຊື່ອ ໃນຂະນະປະຈຸບັນມີນັກຄຸ້ມຄອງຊາວອິນເດຍ ຫຼາຍທ່ານໄດ້ນຳພາຫຼາຍກອງທຶນລົງທຶນແຖວໜ້າຂອງໂລກ ແລະ ອິນເດຍ ຫຼາຍທີ່ສຸດ ແລະ ພວມມີບັນດາໂຄງການທີ່ມີຄວາມສາມາດບົ່ມຊ້ອນ ທີ່ມີມູນຄ່ານັບຮ້ອຍລ້ານ USD ຢາກມາລົງທຶນຢູ່ຫວຽດນາມ. ອິນເດຍ ຍັງແມ່ນປະເທດມີແຫຼ່ງເຕັກໂນໂລຊີ ກໍຄືລະດັບວິທະຍາສາດເຕັກນິກທີ່ດີ; ມີແຫຼ່ງຊັບພະຍາກອນມະນຸທີ່ມີຄຸນນະພາບສູງໃນຂົງເຂດການເງິນ-ທະນາຄານ, ການບິນ, ໂຮງແຮມ… ທ່ານເອກອັກຄະລັດຖະທູດຫວັງວ່າ, ບັນດາແຂວງ, ນະຄອນເອົາໃຈໃສ່ເຖິງການດຶງດູດເງິນລົງທຶນຈາກອິນເດຍ ໃຫ້ຫຼາຍກວ່າ ແລະ ບັນດາວິສາຫະກິດຫວຽດນາມ ຕ້ອງກະກຽມຢ່າງລະອຽດເພື່ອສາມາດນຳໃຊ້ກາລະໂອກາດພັດທະນາຢູ່ຕະຫຼາດອິນເດຍ ຢ່າງສຸດຂີດ.

ຕອບກັບ

ຂ່າວ/ບົດ​ອື່ນ