ອິນໂດເນເຊຍ ຊຸກຍູ້ ອາຊຽນ ຮັບ Timor – Leste ເຂົ້າເປັນສະມາຊິກ

(VOVWORLD) - ການໜູນຊ່ວຍຂອງ ອິນໂດເນເຊຍ ແນໃສ່ຊ່ວຍໃຫ້ Timor – Leste ສ້າງກຳລັງຄວາມສາມາດໃນ 3 ເສົາຄ້ຳດັ່ງກ່າວຈະໄດ້ດຳເນີນໃນປີນີ້.
ອິນໂດເນເຊຍ ຊຸກຍູ້ ອາຊຽນ ຮັບ Timor – Leste ເຂົ້າເປັນສະມາຊິກ - ảnh 1(ທ່ານເອກອັກຄະລັດຖະທູດ Timor – Leste ປະຈຳ ອິນໂດເນເຊຍ Filomeno Aleixo da Cruz)

        ອິນໂດເນເຊຍ ພວມມານະພະຍາຍາມຍູ້ໄວຂັ້ນຕອນຮັບ Timor – Leste ເຂົ້າເປັນສະມາຊິກຂອງ ອາຊຽນ ຢ່າງເປັນທາງການ ແລະ ຕັ້ງໜ້າໜູນຊ່ວຍ Dili ພາຍໃຕ້ຮູບແບບຍົກສູງກຳລັງຄວາມສາມາດໃນ 3 ເສົາຄ້ຳຕົ້ນຕໍແມ່ນ ການເມືອງ ແລະ ຄວາມໝັ້ນຄົງ, ເສດຖະກິດ, ວັດທະນະທຳ ແລະ ສັງຄົມ. ວັນທີ 04 ພຶດສະພາ, ທ່ານຫົວໜ້າກົມຮ່ວມມືເສດຖະກິດ ອາຊຽນ ສັງກັດກະຊວງການຕ່າງປະເທດ ອິນໂດເນເຊຍ Berlianto Situngkir ໃຫ້ຮູ້ວ່າ ການໜູນຊ່ວຍຂອງ ອິນໂດເນເຊຍ ແນໃສ່ຊ່ວຍໃຫ້ Timor – Leste ສ້າງກຳລັງຄວາມສາມາດໃນ 3 ເສົາຄ້ຳດັ່ງກ່າວຈະໄດ້ດຳເນີນໃນປີນີ້. ຕາມທ່ານແລ້ວ, ໃນສະພາບການຕົວຈິງ Timor – Leste ໄດ້ຮັບການຮັບຮອງດ້ານຫຼັກການເປັນສະມາຊິກທີ 11 ຂອງ ອາຊຽນ ທີ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 40 ແລະ 41 ໃນທ້າຍປີ 2022 ຢູ່ ພະນົມເປັນ, ປະເທດ ກຳປູເຈຍ ແລ້ວ, ແຕ່ຍັງບໍ່ທັນເຂົ້າເປັນສະມາຊິກທາງການເທື່ອ.

        ທີ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 42 ເຊິ່ງຈະດຳເນີນແຕ່ວັນທີ 09 – 11 ພຶດສະພາ ຈະມາເຖິງຢູ່ ອິນໂດເນເຊຍ, ເປັນຄັ້ງທຳອິດການນຳຂອງ Timor – Leste ຈະເຂົ້າຮ່ວມກອງປະຊຸມດ້ວຍຖານະເປັນນັກສັງເກດການ ເຊິ່ງແມ່ນເຫດການສຳຄັນມີລັກສະນະປະຫວັດສາດໃນການພົວພັນລະຫວ່າງປະເທດ ອາຊີຕາເວັນອອກສ່ຽງໃຕ້ ທີ່ຍັງເຫຼືອນີ້ ກັບ ອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ