ອິນໂດເນເຊຍ ຮີບເຮັ່ງແກ້ໄຂຜົນຮ້າຍຈາກເຫດເຮືອບິນຕົກ

(VOVWORLD) - ຮືອບິນ Boeng 737-500 ຖືກຕົກພາຍລັງເຮືອບິນຂຶ້ນຈາກນະຄອນຫລວງ ຈາກາກຕາ ເພື່ອບິນເຖິງນະຄອນ Pontianak ຢູ່ແຂວງ West Kalimantan. 

ວັນທີ 10 ມັງກອນ, ອິນໂດເນເຊຍ ໄດ້ກວດພົບບັນດາສັນຍານ ທີ່ໄດ້ຮັບຖືວ່າແມ່ນມາຈາກກັບດຳເຮືອບິນຂອງບໍລິສັດການບິນ Sriwijaya Air ຕົກໃນວັນທີ 09 ມັງກອນ ຢູ່ນອກຝັ່ງທະເລທີ່ນະຄອນຫລວງ ຈາກາກຕາ. ມາຮອດປະຈຸບັນ, ຫລາຍພາຫະນະກູ້ໄພກູ້ຊີບລວມມີ ກ່ຳປັ່ນສູ້ຮົບ, ເຮືອບິນເຮລີກອບແຕ ແລະ ນັກດຳນ້ຳຂຶ້ນກັບກຳລັງເຫຼົ່າທັບເຮືອ, ຕຳຫລວດ ແລະ ຮັກສາຝັ່ງທະເລຂອງ ອິນໂດເນເຊຍ ພວມສົມທົບກັນຊອກຫາຢູ່ເຂດໃຈກາງລະຫວ່າງເກາະ Laki ແລະ Lancang ຈາກ ຈາກາກຈາ ປະມານ 30 ກິໂລແມັດ ໄປທາງທິດຕາເວັນຕົກສ່ຽງເໜືອ.

ກ່ອນໜ້ານັ້ນ, ເຮືອບິນ Boeng 737-500 ຖືກຕົກພາຍລັງເຮືອບິນຂຶ້ນຈາກນະຄອນຫລວງ ຈາກາກຕາ ເພື່ອບິນເຖິງນະຄອນ Pontianak ຢູ່ແຂວງ West Kalimantan. ຕາມສື່ມວນຊົນທ້ອງຖິ່ນ ເຮືອບິນລຳດັ່ງກ່າວ ບັນຈຸ 62 ຄົນ, ໃນນັ້ນ ມີເດັກນ້ອຍ 10 ຄົນ ແລະ ຈຸບິນ 6 ຄົນ. ທັງໝົດເຫຼົ່ານັ້ນແມ່ນຊາວ ອິນໂດເນເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ