ອິນໂດເນເຊຍ ເຂົ້າຮ່ວມການຊ່ວງເສັງເປັນປະເທດເຂົ້າພາບຈັດຕັ້ງ ງານມະຫາກໍາກິລາ Olympic 2032

(VOVWORLD) -IOC ຈະປະກາດປະເທດໄດ້ຮັບການເລືອກເຟັ້ນ ເປັນປະເທດເຈົ້າພາບຂອງ ງານມະຫາກໍາກິລາ Olympic 2032 ໃນປີ 2025.

ພາຍຫຼັງຮັບດໍາລົງໜ້າທີ່ເປັນປະເທດເຈົ້າພາບຈັດຕັ້ງ ງານມະຫາກໍາກິລາ ອາຊີ 2018 ຢ່າງສໍາເລັດຜົນ, ອິນໂດເນເຊຍ ໄດ້ຍື່ນໃບຄໍາຮ້ອງຈົດທະບຽນ ກັບ ຄະນະກໍາມະການ Olympic ສາກົນ (IOC), ເຂົ້າຮ່ວມການຊ່ວງເສັງຍາດສິດເປັນປະເທດເຈົ້າພາບຈັດຕັ້ງ ງານມະຫາກໍາກິລາ Olympic ລະດູຮ້ອນປີ 2032. ວັນທີ 19 ກຸມພາ,ສໍານັກຂ່າວສານ ອິນໂດເນເຊຍ Antara ໃຫ້ຮູ້ວ່າ ບັນດາເຈົ້າໜ້າທີ່ IOC ໄດ້ຮັບຮອງເອົາກໍາລັງຄວາມສາມາດໃນການຈັດຕັ້ງຂອງ ອິນໂດເນເຊຍ ໃນຖານະເປັນປະເທດເຈົ້າພາບ ງານມະຫາກໍາກິລາ ອາຊີ ແລະ ງານມະຫາກໍາກິລາ ອາຊີ ສໍາລັບຄົນພິການ ປີ 2018. IOC ຈະປະກາດປະເທດໄດ້ຮັບການເລືອກເຟັ້ນ ເປັນປະເທດເຈົ້າພາບຂອງ ງານມະຫາກໍາກິລາ Olympic 2032 ໃນປີ 2025.

        ສ່ວນງານມະຫາກໍາກິລາ ລະດູຮ້ອນ ປີ 2020 ຈະດໍາເນີນຢູ່ ໂຕກຽວ (ຍີ່ປຸ່ນ), ແລະ ງານມະຫາກໍາກິລາສອງຄັ້ງຕໍ່ໄປ ຈະດໍາເນີນໃນປີ 2024 ແລະ 2028 ຢູ່ ປາຣີ (ຝລັ່ງ) ແລະ Los Angeles, ອາເມລິກາ ຕາມລໍາດັບ.


ຕອບກັບ

ຂ່າວ/ບົດ​ອື່ນ