ອິນ​ໂດ​ເນ​ເຊຍ ໃຫ້​ຄຳ​ໝັ້ນ​ສັນ​ຍາ ຫັນ​ອາ​ຊຽນ ກາຍ​ເປັນ​ກຳ​ລັງ​ໜູນ​ໃຫ້​ແກ່​ສັນ​ຕິ​ພາບ ແລະ ​ສະ​ຖຽນ​ລະ​ພາບ

(VOVWORLD) -ວັນທີ 29 ທັນວາ, ທ່ານນາງລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ Retno Marsudi ໃຫ້ຮູ້ວ່າ ປະເທດນີ້ໄດ້ໃຫ້ຄຳໝັ້ນສັນຍາຫັນອາຊຽນ ກາຍເປັນ ກຳລັງໜູນໃຫ້ແກ່ສັນຕິພາບ ແລະ ສະຖຽນລະພາບ, ພ້ອມທັງແມ່ນໃຈກາງການເຕີບໂຕເສດຖະກິດ.
ອິນ​ໂດ​ເນ​ເຊຍ ໃຫ້​ຄຳ​ໝັ້ນ​ສັນ​ຍາ ຫັນ​ອາ​ຊຽນ ກາຍ​ເປັນ​ກຳ​ລັງ​ໜູນ​ໃຫ້​ແກ່​ສັນ​ຕິ​ພາບ ແລະ ​ສະ​ຖຽນ​ລະ​ພາບ - ảnh 1ທ່ານນາງລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ Retno Marsudi  (ພາບ: TTXVN)

ຄຳກ່າວປາໄສດັ່ງກ່າວໂດຍທ່ານນາງ Retno Marsudi ຍົກອອກມາທີ່ການພົບປະກັບຄູ່ຕຳແໜ່ງ ມາເລເຊຍ ທ່ານ Zambry Abdul Kadir ຢູ່ນະຄອນຫຼວງ ຈາກາຕາ. ອິນໂດເນເຊຍ ຈະເລີ່ມຮັບດຳລົງຕຳແໜ່ງເປັນປະທານໝູນວຽນອາຊຽນໃນປີ 2023 ພາຍຫຼັງສິ້ນສຸດການດຳລົງຕຳແໜ່ງເປັນປະທານກຸ່ມບັນດາພື້ນຖານເສດຖະກິດ ແລະ ຫາກໍ່ພົ້ນເດັ່ນແຖວໜ້າໂລກ (G20) ໃນເດືອນພະຈິກ ປີນີ້. ກ່າວຄຳເຫັນທີ່ພະນົມເປັນ (ກຳປູເຈຍ) ໃນພິທີມອບຮັບບົດບາດເປັນປະທານ ອາຊຽນ ຈາກກຳປູເຈຍ ໄປສູ່ອິນໂດເນເຊຍ ໃນເດືອນພະຈິກຜ່ານມາ, ທ່ານນາງ Retno Marsudi ໃຫ້ຮູ້ວ່າ ເມື່ອດຳລົງຕຳແໜ່ງເປັນປະທານ ອາຊຽນ 2023, ອິນໂດເນເຊຍ ຈະສວມບົດບາດຫຼັກແຫຼ່ງແກ່ນສານໃນການສ້າງໂຄງການດຳເນີນງານ ໃຫ້ແກ່ກອງປະຊຸມນັບຮ້ອຍຄັ້ງໃນປີ ປະທານອາຊຽນ. ດ້ວຍຫົວຂໍ້ “ອາຊຽນ: ຂອບຂະໜາດ - ຈຸດໃຈກາງຂອງການເຕີບໂຕ”, ອິນໂດເນເຊຍ ໄດ້ຕັ້ງເປົ້າໝາຍຄວບຄູ່ເພື່ອຮັບມືກັບສິ່ງທ້າທາຍໃຫຍ່ທີ່ສຸດ 2 ຢ່າງຂອງ ອາຊຽນ ໃນປັດຈຸບັນ ແມ່ນ ບໍ່ຖືກໜີບໃນການແກ້ງແຍ້ງກັນລະຫວ່າງບັນດາປະເທດມະຫາອຳນາດ ແລະ ສຸມໃສ່ຟື້ນຟູເສດຖະກິດໃນພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ