ອິນ​ໂດ​ເນ​ເຊຍ ໃຫ້​ບຸ​ລິ​ມະ​ສິດ​ຊຸກ​ຍູ້​ວິ​ໄສ​ທັດ ອາ​ຊຽນ ກ່ຽວ​ກັບ ມະ​ຫາ​ສະ​ໝຸດ​ອິນ​ເດຍ - ປາ​ຊີ​ຟິກ

(VOVWORLD) - ໜຶ່ງໃນບັນດາບຸລິມະສິດຂອງ ອິນໂດເນເຊຍ ໃນຖານະເປັນປະທານ ອາຊຽນ ປີ 2023 ແມ່ນ ຊຸກຍູ້ວິໄສທັດ ອາຊຽນ ກ່ຽວກັບມະຫາສະໝຸດອິນເດຍ - ປາຊີຟິກ (AOIP) ໂດຍຜ່ານບັນດາຂໍ້ລິເລີ່ມຮ່ວມມືພັດທະນາ ລະອຽດ ແລະ ກວມລວມ.

  ວັນທີ 19 ເມສາ, ທ່ານລັດຖະມົນຕີກະຊວງແຜນການພັດທະນາແຫ່ງຊາດ ອິນໂດເນເຊຍ (Bappenas) Suharso Monoarfa ໃຫ້ຮູ້ວ່າ ໜຶ່ງໃນບັນດາບຸລິມະສິດຂອງ ອິນໂດເນເຊຍ ໃນຖານະເປັນປະທານ ອາຊຽນ ປີ 2023 ແມ່ນ ຊຸກຍູ້ວິໄສທັດ ອາຊຽນ ກ່ຽວກັບມະຫາສະໝຸດອິນເດຍ - ປາຊີຟິກ (AOIP) ໂດຍຜ່ານບັນດາຂໍ້ລິເລີ່ມຮ່ວມມືພັດທະນາ ລະອຽດ ແລະ ກວມລວມ. ກ່າວຄຳເຫັນທີ່ການຕ້ອນຮັບທ່ານ Marc – Philipe Daubresse ປະທານກຸ່ມສະມາຊິກລັດຖະສະພາ ມິດຕະພາບ ຝລັ່ງ - ອິນໂດເນເຊຍ ແລະ Timor Leste, ທ່ານ ລັດຖະມົນຕີ Suharso ຢັ້ງຢືນວ່າ ດ້ວຍວິທີສຳຜັດດັ່ງກ່າວ, ອິນໂດເນເຊຍ ໃຫ້ບຸລິມະສິດໃນ 4 ຂົງເຂດຮ່ວມມືໃນພາກພື້ນ, ລວມມີ ການເດີນເຮືອ, ການເຊື່ອມຕໍ່, ເສດຖະກິດ ແລະ ບັນດາເປົ້າໝາຍພັດທະນາແບບຍືນຍົງຮອດປີ 2030 ຂອງ ສປຊ.

        ທ່ານ ລັດຖະມົນຕີ Suharso ໃຫ້ຮູ້ວ່າ ອິນໂດເນເຊຍ ໄດ້ສົມທົບສາມຝ່າຍກັບບາງປະເທດ ອາຊີ - ປາຊີຟິກ ໃນຂອບເຂດ AOIP ແລະ ຈະສຳຫຼວດບັນດາສາຍພົວພັນຄູ່ຮ່ວມມືອື່ນທີ່ມີກຳລັງບົ່ມຊ້ອນ, ໃນນັ້ນ ມີຝລັ່ງ. ທ່ານກໍສະແດງຄວາມຫວັງຕໍ່ການເຕີບໂຕ ແລະ ເປີດກວ້າງການພົວພັນຮ່ວມມືລະຫວ່າງ ອິນໂດເນເຊຍ - ຝລັ່ງ, ພິເສດແມ່ນໃນບາງຂົງເຂດບຸລິມະສິດຈຸດສຸມ ເປັນຕົ້ນແມ່ນ ການເດີນເຮືອ, ບັນຫາດິນຟ້າອາກາດ ແລະ ກາກບອນຕ່ຳ.

ຕອບກັບ

ຂ່າວ/ບົດ​ອື່ນ