ອີນໂດເນເຊຍຖະແຫຼງຈະເຂົ້າເປັນສະມາຊິກTPP

ອີນໂດເນເຊຍຖະແຫຼງຈະເຂົ້າເປັນສະມາຊິກTPP - ảnh 1
​ທ່ານ​ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ແລະ
ທ່ານ​ປະທານາທິບໍດີ​ອີນ​ໂດ​ເນ​ເຊຍ ​Joko Widodo ​
(ພາບ: Reuters)


(vovworld) – ຮຸ່ງ​ເຊົ້າ​ວັນ​ທີ​ 27/10 (ຕາ​ເວລາ​ຫວຽດນາມ), ທ່ານ​ປະທານາທິບໍດີ​ອີນ​ໂດ​ເນ​ເຊຍ ​Joko Widodo ​ໄດ້​ມີ​ການ​ເຈລະຈາ​ກັບ​ທ່ານ​ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ຢູ່​ທຳນຽບຂາວ. ການ​ນຳ​ອີນ​ໂດ​ເນ​ເຊຍ ​ໃຫ້​ຮູ້​ວ່າ, ປະ​ເທດ​ນີ້​ຈະ​ເຂ​ົ້າຮ່ວມ​ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາ​ຊີ​ຟິກ (TPP). ກ່າ​ວຄຳ​ເຫັນ​ພາຍຫຼັງ​ການ​ເຈລະຈາ, ທ່ານ​ Obama ​ໄດ້​ຕີ​ລາຄາ​ວ່າ, ຜູ້​ຮ່ວມ​ຕຳ​ແໜ່​ງ Widodo ພວມນຳພາ​ອີນ​ໂດ​ເນ​ເຊຍ ​ໄປ​ຖືກ​ທິດ, ພ້ອ​ມທັງ​ສະ​ແດງ​ຄວາມ​ປາດ​ຖະໜາ​ວ່າ ຢາກ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ນີ້. ​ອີນ​ໂດ​ເນ​ເຊຍ ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ສົນ​ໃຈ​ຕໍ່ TPP ເປັນ​ຫຼາຍ​ຄັ້ງ​ແລ້ວ, ​ແຕ່​ນີ້​ແມ່ນ​ຄັ້ງ​ທຳ​ອິດ​ທີ່​ໄດ້​ຍົກ​ອອກ​ຖະ​ແຫຼງການ​ຢ່າງ​ຈະ​ແຈ້ງ ສະ​ແດງ​ໃຫ້​ເຫັນ​ວ່າ ປະ​ເທດ​ນີ້​ຢາກ​ເຂົ້າ​​ເປັນ​ສະມາຊິກສັນຍາ ​ເຊິ່ງອາ​ເມ​ລິ​ກາ ພ້ອມ​ກັບ 11 ຄູ່​ຮ່ວມ​ມື​ອື່ນ​ໄດ້​ສິ້ນ​ສຸດ​ການ​ເຈລະຈາ.

ຂ່າວ/ບົດ​ອື່ນ