ອິນໂດເນເຊຍມານະພະຍາຍາມພັດທະນາພື້ນຖານໂຄງລ່າງເພື່ອເຊື່ອມໂຍງເຂົ້າກັບອາຊຽນ

ອິນໂດເນເຊຍມານະພະຍາຍາມພັດທະນາພື້ນຖານໂຄງລ່າງເພື່ອເຊື່ອມໂຍງເຂົ້າກັບອາຊຽນ - ảnh 1
ອິ​ນ​ໂດ​ເນ​ເຊຍ​ພວ​ມ​ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ​ເພື່ອ​ກຽມ​ພ້ອມ​ເຊື່ອມ​ໂຍງ​ເຂົ້າ​ກັບAEC
(ພາບ: themalaysiainsider.com)

(vovworld) – ອິນ​ໂດ​ເນ​ເຊຍ ພວມ​ມາ​ນະ​ພະ​ຍາ​ຍາມ ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ, ພິ​ເສດ​ແມ່ນ​ບັນ​ດາ​ເຂດ​ມີ​ຜົນ​ສະ​ທ້ອນ​ຢ່າງ​ໄວ ເມື່ອ​ປະ​ຊາ​ຄົມ​ເສດ​ຖະ​ກິດ​ສະ​ຫະ​ສະ​ມາ​ຄົມ​ແຫ່ງ​ຊາດ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (AEC) ສ້າງ​ຕັ້ງ​ຂຶ້ນ​ໃນ​ທ້າຍ​ປີນີ້. ທ່ານ Suhariyanto, ຮອງ​ຫົວ​ໜ້າ​ກົມ​ສະ​ຖິ​ຕິ (BPS) ຮັບ​ຮູ້​ຈຸດ​ໝາຍ​ເຕີບ​ໂຕ​ເສດ​ຖະ​ກິດ 5,7% ຂອງ​ລັດ​ຖະ​ບານ ອິນ​ໂດ​ເນ​ເຊຍ ໃນ​ປີນີ້​ຈະ​ອີງ​ໃສ່ຫຼາຍ​ຈາກການ​ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ. ດ້ວຍ​ຈຸດ​ໝາຍ​ເພີ່ມ​ຄວາມ​ໄວ​ຂອງ​ການ​ພັດ​ທະ​ນາ, ຄະ​ນະ​ກຳ​ມະ​ການ​ແຜ​ນ​ການ​ພັດ​ທະ​ນາ​ແຫ່ງ​ຊາດ ອິນ​ໂດ​ເນ​ເຊຍ ໄດ້ວາງ​ງົບ​ປະ​ມານ​ລົງ​ທຶນ​ໃຫ້​ການ​ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ​ເພີ່ມ​ຂຶ້ນ 2,5 ເ​ທົ່າ​ໃນ​ປີນີ້. ຕາມນັ້ນ​ແລ້ວ, ງົບ​ປະ​ມານ​ປັບ​ປຸງ​ປີ 2015 ຈະ​ຈັດ​ແບ່ງ​ກ່​ວາ 290.000 ຕື້​ Rupiah (ເທົ່າ​ກັບ 22,5 ຕື​້ USD) ໃຫ້​ແກ່​ວຽກ​ງານ​ພັ​ດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ. ດ້ວຍ​ການກໍ່​ສ້າງ​ບັນ​ດາ​ໂຄງ​ກາ​ນ​ພື້ນ​ຖານ​ໂຄງ​ລ່າງ​ຢູ່​ບັນ​ດາ​ເຂດ​ຕ່າງໆ, ອິນ​ໂດ​ເນ​ເຊຍ ຈະ​ກຽມ​ພ້ອມ​ເພື່ອ​ສ້າງ​ເງື່ອນ​ໄຂ ແລະ ຮັບ​ກະ​ແສ​ຟອງ​ຂອງ​ສິນ​ຄ​້າ ແລະ ການ​ບໍ​ລິ​ການ​ເມື່ອ AEC ມີ​ຜົນ​ສັກ​ສິດ.

ຂ່າວ/ບົດ​ອື່ນ