ອິນໂດເນເຊຍ,ມາເລເຊຍແລະຟິລີບປີນຈັດການປະຊຸມ

 ອິນໂດເນເຊຍ,ມາເລເຊຍແລະຟິລີບປີນຈັດການປະຊຸມ - ảnh 1
ການ​ຊ້ອມ​ຮົບ​ຕ້ານ​ການ​ຈົນ​ສະ​ຫລັດ
ພ​າບ​ປະ​ກອບ:

(vovworld)- ​ ວັນ​ທີ 26/5, ຢູ່ ກົວ​ລາ​ລຳ​ເປີດ​ປະ​ເທດ ມາ​ເລ​ເຊຍ, ບັນ​ດາເຈົ້າ​ຫນ້າ​ທີ່​ຂັ້ນ​ສູງ 3 ປະ​ເທດ​ຄື: ມາ​ເລ​ເຊ​ຍ, ອິນ​ໂດ​ເນ​ເຊຍ ແລະ ຟິ​ລີບ​ປີ​ນື ໄດ້​ດຳ​ເນີນກອງ​ປະ​ຊຸມ​ເຕັກ​ນິກ​ຄັ້ງ​ທຳ​ອິດ ກ່ຽວ​ກັບ​ການ​ສ້າງ​ປະ​ມວນ​ວິ​ວັດ​ການ​ສົມ​ທົບ (SOP) ໃນ​ການ​ປະ​ສານ​ສົມ​ທົບ​ກັນ​ລາດ​ຕາ​ເວນ​ຢູ່​ເຂດ​ທະ​ເລ Sulu ແລະ Celebes. ນີ້​ແມ່ນ​ວາ​ລະ​ປະ​ຊຸມ​ຄັ້ງ​ທຳ​ອິດ ຜັນ​ຂະ​ຫຍາຍ​ບັນ​ດາ​ເນື້ອ​ໃນ​ຂອງ​ຖະ​ແຫລງ​ການ​ຮ່ວມ​ທີ່​ບັນ​ລຸ​ໄດ້​ລະ​ຫວ່າງ​ສາມ​ປະ​ເທດ​ກ່ຽວ​ກັບ​ການ​ປະ​ສານ​ສົມ​ທົບ​ລາດ​ຕາ​ເວນ​ຮ່ວມ​ບົນ​ທະ​ເລ ເພື່ອ​ແກ້​ໄຂ​ສິ່ງ​ທ້າ​ທາຍ​ຄວາມ​ສະ​ຫງົບ​ທີ່​ພວມ​ເພີ່ມ​ຂຶ້ນ​ຢູ່​ເຂດ​ທະ​ເລ​ຕິດ​ກັບ​ສາມ​ປະ​ເທດ. ຕາມ​ທ່ານ ລັດ​ຖະ​ມົນ​ຕີ ກະ​ຊວງ​ການ​ຕ່າງ​ປະ​ເທດ ມາ​ເລ​ເຊຍ Reezal Merican ແລ້ວ, ເມື່ອ SOP ໄດ້​ຮັບ​ການ​ສ້າງ​ສຳ​ເລັດ​ຈະ​ຮັບ​ປະ​ກັນ​ໃຫ້​ການ​ປະ​ສານ​ສົມ​ທົບ​ລາດ​ຕາ​ເວນລະ​ຫວ່າງ​ສາມ​ປະ​ເທດຊື່ງ​ໄດ້​ຮັບ​ການ​ປະ​ຕິ​ບັດ​ຢູ່​ພື້ນ​ທີ່​ຕົວ​ຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ