ອິນໂດເນເຊຍເນັ້ນໜັກຄວາມສຳຄັນຂອງສັນຕິພາບແລະສະຖຽນລະພາບຢູ່ທະເລຕາເວັນອອກ

ອິນໂດເນເຊຍເນັ້ນໜັກຄວາມສຳຄັນຂອງສັນຕິພາບແລະສະຖຽນລະພາບຢູ່ທະເລຕາເວັນອອກ - ảnh 1
ທ່ານ​ນາງລັດ​ຖະ​ມົນ​ຕີ​ວ່າ​ການກ​ະ​ຊວງ​ການ​ຕ່າງ​ປະ​ເທດ ອິນ​ໂດ​ເນ​ເຊຍ Retno Marsudi
(ພາບ: AFP)


(vovworld) –  ​ຢູ່ນອກກອງ​ປະ​ຊຸມ​ສຸດຍອດ G20, ຈັດ​ຂຶ້ນ​ໃນ​ວັນ​ທີ 15 – 16/11, ຢູ່ ອົດ​ສະ​ຕາ​ລີ, ທ່ານ​ນາງລັດ​ຖະ​ມົນ​ຕີ​ວ່າ​ການກ​ະ​ຊວງ​ການ​ຕ່າງ​ປະ​ເທດ ອິນ​ໂດ​ເນ​ເຊຍ Retno Marsudi ຖະ​ແຫຼງ​ວ່າ: ອິນ​ໂດ​ເນ​ເຊຍ ຫວັງ​ວ່າ: ທຸກ​ໆ​ປະ​ເທດ​ກ່ຽວ​ຂ້ອງ​ເຖິງ​ທະ​ເລ​ຕາ​ເວັນ​ອອ​ກ​​ຄວນຮັກ​ສາ​ສັນ​ຕິ​ພາບ ແລະ ສະ​ຖຽນ​ລະ​ພາບ​ໃນ​ພາກ​ພື້ນ. ທ່ານ​ນາງ  Marsudi ຢືນ​ຢັນ​ທັດ​ສະ​ນະ​ດັ່ງ​ກ່າວ​ເມື່ອ​​ເວົ້າ​ເຖິງ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ລັດ​ຖະ​ບານ​ຊຸດ​ໃໝ່​ຢູ່ ອິນ​ໂດ​ເນ​ເຊຍ ອາ​ຍຸ​ການ 2014 – 2019. ທ່ານ​ນາງ​ເນັ້ນ​ໜັກ​ວ່າ: ສັນ​ຕິ​ພາບ ແລະ ສະ​ຖ​ຽນ​ລະ​ພາບ​ໃນ​ພາກ​ພື້ນ ແມ່ນ​ເງື່ອນ​ໄຂ​ຈຳ​ເປັນ​ເພື່ອ​ບັນ​ລຸ​ໄດ້​ຈຸດ​ໝາຍ​ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່, ເຊື່ອມ​ໂຍງ​ໃນພາກ​ພື້ນ ແລະ ​ໃນທົ່​ວ​ໂລກ​ຂອງ ອິນ​ໂດ​ເນ​ເຊຍ ໃນ​ການ​ປະ​ຕິ​ບັດ​ຍຸດ​ທະ​ສາດ “ເສັ້ນ​ທາງ​ເດີນ​ທະ​ເລ” ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Joko Widodo ແລະ ​ຢາກ​ບັນ​ລຸ​ສິ່ງ​ດັ່ງ​ກ່າວ ດ້ວຍ​ເຈດ​ຕະ​ນາ​ດີ ແລະ ຄວາມ​ມາ​ນະ​ພະ​ຍາ​ຍາມ​ລວມ​ຂອງ​ທຸກໆ​ຝ່າຍ​​ທີ່ກ່ຽວ​ຂ້ອງ​ໃນ​ພາກ​ພື້ນ. ທ່ານ​ນາງ Marsudi ຊີ້​ແຈ້ງວ່າ​: ອີນ​ໂດ​ເນ​ເຊຍ ພວມ​ຕັ້ງ​ໜ້າ​ຊຸກ​ຍູ້​ປະ​ມວນ​ຂໍ້​ກຳ​ນົດ​ກ່ຽວ​ກັບ​ການ​ປະ​ພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ດ້ວຍ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ລວມ​ບົນ​ພື້ນ​ຖານ​ຮັບ​ປະ​ກັນ​ຜົນ​ປະ​ໂຫຍດ ແລະ ບໍ່​ກໍ່​ຜົນ​ເສຍ​ຫາຍ​ເຖິງບໍ່​ວ່າ​ຝ່າຍ​ໃດໆ​ໃນ​ພາ​ກ​ພື້ນ. ເລື່ອງ ອິນ​ໂດ​ເນ​ເຊຍ ຈະ​ເດີນ​ຕາມ​ທັດ​ສະ​ນະ​ຈະ​ແຈ້ງນີ້​ໂດຍ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Widodo ຢັ້ງ​ຢື​ນ​ຄືນ​ໃໝ່​ທີ່ກອງ​ປະ​ຊຸມ​ສຸດຍອດ APEC, ASEAN, ASEAN +, EAS ແລະ G20.

 

 


ຂ່າວ/ບົດ​ອື່ນ