ອິນໂດເນເຊຍເພີ່ມທະວີບັນດາມາດຕະການປ້ອງກັນຄວາມສະຫງົບເພື່ອຮັບມືກັບໄພກໍ່ການຮ້າຍ

(VOVWORLD) -ຕອນບ່າຍວັນທີ 17 ພຶດສະພາ, ໃນການພົບປະກັບຜູ້ຕາງໜ້າສະຖານທູດບັນດາປະເທດ, ບັນດາອົງການຈັດຕັ້ງສາກົນປະຈຳ ຈາກາຕາ, ປະເທດອິນໂດເນເຊຍ, ຜູ້ບັນຊາການຕຳຫຼວດແຫ່ງຊາດອິນໂດເນເຊຍ, ນາຍພົນ Tito Karnavian ຍອມຮັບວ່າ ຍັງມີຫຼາຍບັນຫາໃນວຽກງານຕ້ານການກໍ່ການຮ້າຍຂອງອິນໂດເນເຊຍ.

ອິນໂດເນເຊຍເພີ່ມທະວີບັນດາມາດຕະການປ້ອງກັນຄວາມສະຫງົບເພື່ອຮັບມືກັບໄພກໍ່ການຮ້າຍ - ảnh 1 ອິນໂດເນເຊຍເພີ່ມທະວີບັນດາມາດຕະການປ້ອງກັນຄວາມສະຫງົບເພື່ອຮັບມືກັບໄພກໍ່ການຮ້າຍ

(ພາບ: THX/TTXVN)

ນາຍພົນ Tito Karnavian ຢືນຢັນວ່າ ບັນດາເຫດບຸກໂຈມຕີແນໃສ່ໂບດອິດສະລາມ ບາງແຫ່ງ ແລະ ສຳນັກງານຕຳຫຼວດແມ່ນການກະທຳແກ້ແຄ້ນຂອງ 2 ອົງການ JAT ແລະ JAD ພາຍຫຼັງທີ່ອົງການເຈົ້າໜ້າທີ່ຂອງອິນໂດເນເຊຍ ຈັບຕົວຫົວໜ້າຂອງ 2 ກຸ່ມດັ່ງກ່າວເພື່ອລໍຖ້າພິພາກສາ.

      ພາຍຫຼັງເກີດບັນດາເຫດບຸກໂຈມຕີ, ຕຳຫຼວດອິນໂດເນເຊຍ ໄດ້ຮີບເຮັ່ງຜັນຂະຫຍາຍບັນດາກຳລັງເພີ່ມທະວີຢູ່ສະຖານທີ່ເກີດເຫດ, ສືບສວນພາກສ່ວນຂອງບັນດາອົງການກໍ່ການຮ້າຍ, ຊອກຈັບບັນດາຜູ້ຖືກສົງໄສ. ໃນຮອບເວລາ 10 ມື້ຜ່ານມາ, ໄດ້ມີຜູ້ຖືກສົງໄສ 48 ຄົນຖືກຈັບຕົວ, ບາງຄົນຖືກດັບສູນ.

      ກ່ຽວກັບມາດຕະການແກ້ໄຂຍາວນານເພື່ອຮັບມືກັບການກໍ່ການຮ້າຍ, ນາຍພົນ Tito Karnavian ເນັ້ນໜັກວ່າ ຄວນຊຸກຍູ້ການຮັບຮອງເອົາຮ່າງກົດໝາຍວ່າດ້ວຍການກໍ່ການຮ້າຍຢ່າງແຮງ ເພື່ອຕ້ານຄືນການກະທຳກໍ່ການຮ້າຍ.

ຕອບກັບ

ຂ່າວ/ບົດ​ອື່ນ