ອຸບັດຕິເຫດເຮືອບິນAirbus320ຕົກຢູ່ຝລັ່ງເຮັດໃຫ້150ຄົນຖືກເສຍຊີວິດ

ອຸບັດຕິເຫດເຮືອບິນAirbus320ຕົກຢູ່ຝລັ່ງເຮັດໃຫ້150ຄົນຖືກເສຍຊີວິດ - ảnh 1
ພາບ​ປະ​ກອບ:internet

(vovworld)-​ ວັນ​ທີ 24/3, ທ່ານ Alain Vidalies, ລັດ​ຖະ​ມົນ​ຕີ​​ວ່າ​ການກະ​ຊວງ​ຄົມ​ມະ​ນາ​ຄົມ ຝ​ລັ່ງ ໄດ້​ຮັບ​ຮູ້​ວ່າ: ບໍ່​ມີ​ໃຜ​ລອດ​ຊີ​ວິດ​​ມາ​ໄດ້​ຈາກ​ອຸ​ບັດ​ຕິ​ເຫດ​ເຮືອ​ບິນ  Airbus 320 ຂອງ​ບໍ​ລິ​ສັດ​ການ​ບິນ Germanwings ຖືກ​ຕົກ​ຢູ່​ພາກ​ໃຕ້​ປະ​ເທດ ຝ​ລັ່ງ. ​ໃນ​ຈຳ​ນວນ 150 ຄົນ​ຖືກ​ເສຍ​ຊີ​ວິດນັ້ນ, ມີ ຜູ້​ໂດຍ​ສານ 144 ຄົນ, ​ຈຸ​ບິນ 6 ຄົນ. ປະ​ຈຸ​ບັນ ກຳ​ລັງ​ກູ້​ໄພ​ກູ້​ຊີບ​ຂອງ ຝ​ລັ່ງ ຊອ​ກ​ໄດ້​ຫີບ​ດຳ​ຂອງ​ເຮືອ​ບິນ​ແລ້ວ. ບັນ​ດາ​ຜູ້​ຊ່ຽວ​ຊານ ເຢຍ​ລະ​ມັນ ແລະ ອາ​ເມ​ລິ​ກາ ລ້ວນ​ແຕ່​ໃຫ້​ຮູ້​ວ່າ: ບໍ່​ມີ​ສັນ​ຍານ​ເຮືອ​ບິນ​ຖືກບຸກ​ໂຈມ​ຕີ​ແບບກໍ່ການ​ຮ້າຍ ແລະ ອາ​ກາດບໍ່​ແມ່ນ​ປັດ​ໄຈ​ກໍ່​ໃຫ້​ເກີດອຸ​ບັດ​ຕິ​ເຫດ ອາດ​ຈະ​ຍ້ອນ​ເຕັກ​ນິກ.

ຂ່າວ/ບົດ​ອື່ນ