ອ​ີ​ຢູ ກ່າວ​ເຕືອນ ຈະ​​ເພີ່ມ​ທະ​ວີ​ການ​ກະ​ທຳທາງ​ນິ​ຕິ​ກຳ​ກັບ ອັງ​ກິດ

(VOVWORLD) -ບັນດາມາດຕະການຕາມລຳພັງຝ່າຍດຽວ ເຊິ່ງ ລັດຖະບານ ອັງກິດ ໄດ້ຍົກອອກມາເມື່ອເດືອນ ມິນາ ໄດ້ລະເມີດບັນດາມາດຕາເຊິ່ງສອງຝ່າຍໄດ້ເປັນເອກະພາບກັນ, ດັ່ງນັ້ນ, ອີຢູ ຈຳເປັນຕ້ອງເລີ່ມດຳເນີນລະບຽບການທາງນິຕິກຳ.
ອ​ີ​ຢູ ກ່າວ​ເຕືອນ ຈະ​​ເພີ່ມ​ທະ​ວີ​ການ​ກະ​ທຳທາງ​ນິ​ຕິ​ກຳ​ກັບ ອັງ​ກິດ - ảnh 1ທ່ານ Maros Sefcovic ກຳມະການເອີຣົບ  (ພາບ: AFP/TTXVN)

   ວັນທີ 06 ກໍລະກົດ, ທ່ານ Maros Sefcovic ກຳມະການເອີຣົບ ໄດ້ຖະແຫຼງວ່າ  ສະຫະພາບເອີຣົບ (ອີຢູ) ຈະບໍ່ມີການເລືອກເຟັ້ນອື່ນ ນອກຈາກການເພີ່ມທະວີບັນດາລະບຽບການນິຕິກຳ ຕ້ານ ອັງກິດ ຖ້າຫາກວ່າ ລອນດອນ ບໍ່ປະຕິບັດບັນດາພັນທະຂອງຕົນກ່ຽວກັບ ອຽກລັງເໜືອ ຕາມຂໍ້ຕົກລົງ Brexit.

        ຕາມທ່ານ Maros Sefcovic ແລ້ວ, ບັນດາມາດຕະການຕາມລຳພັງຝ່າຍດຽວ ເຊິ່ງ ລັດຖະບານ ອັງກິດ ໄດ້ຍົກອອກມາເມື່ອເດືອນ ມິນາ ໄດ້ລະເມີດບັນດາມາດຕາເຊິ່ງສອງຝ່າຍໄດ້ເປັນເອກະພາບກັນ, ດັ່ງນັ້ນ, ອີຢູ ຈຳເປັນຕ້ອງເລີ່ມດຳເນີນລະບຽບການທາງນິຕິກຳ.

        ໃນວັນດຽວກັນ, ອີຢູ ຮຽກຮ້ອງໃຫ້ ອັງກິດ ພິຈາລະນະຂໍ້ຕົກລົງຕາມຮູບແບບລະຫວ່າງ ສະວິດ ແລະ ບຣຸກແຊນ ກ່ຽວກັບຜະລິດຕະພັນກະເສດ ເພື່ອແນໃສ່ຢຸດຕິການໂຕ້ຖຽງກັນຫຼັງ Brexit ເຊິ່ງມີສ່ວນກ່ຽວຂ້ອງເຖິງການຂົນສົ່ງສິນຄ້າຈຳນວນໜຶ່ງລະຫວ່າງ ອັງກິດ ແລະ ອຽກລັງເໜືອ.

 


ຕອບກັບ

ຂ່າວ/ບົດ​ອື່ນ