ອີຢູ ຊັ່ງຊາຄວາມອາດສາມາດໃນການປຶກສາຫາລືກັບ ອັງກິດ ກ່ຽວກັບບັນຫາ Brexit

(VOVWORLD) -ຄະນະກໍາມະການ ເອີຣົບ ພ້ອມແລ້ວທີ່ຈະປຶກສາຫາລືກ່ຽວກັບເລື່ອງ ອັງກິດ ຖອນຕົວອອກຈາກສະຫະພາບເອີຣົບ (ອີຢູ), ຫຼືຍັງເອີ້ນວ່າ Brexit ກັບ ລອນດອນ ໃນຊຸມອາທິດຈະມາເຖິງ ຖ້າຫາກວ່າ ອັງກິດຢາກຈັດຕັ້ງການເຈລະຈາ ແລະ ເຮັດແຈ້ງກ່ຽວກັບທັດສະນະຂອງຕົນຢ່າງລະອຽດກວ່າອີກ.

        ວັນທີ 06 ສິງຫາ, ກ່າວຄໍາເຫັນທີ່ກອງປະຊຸມຂ່າວ, ໂຄສົກທ່ານໜຶ່ງຂອງ ຄະນະກໍາມະການ ເອີຣົບ (EC) ກ່່າວວ່າ  ຄະນະກໍາມະການ ເອີຣົບ ພ້ອມແລ້ວທີ່ຈະປຶກສາຫາລືກ່ຽວກັບເລື່ອງ ອັງກິດ ຖອນຕົວອອກຈາກສະຫະພາບເອີຣົບ (ອີຢູ), ຫຼືຍັງເອີ້ນວ່າ Brexit ກັບ ລອນດອນ ໃນຊຸມອາທິດຈະມາເຖິງ ຖ້າຫາກວ່າ ອັງກິດຢາກຈັດຕັ້ງການເຈລະຈາ ແລະ ເຮັດແຈ້ງກ່ຽວກັບທັດສະນະຂອງຕົນຢ່າງລະອຽດກວ່າອີກ. ໂຄສົກທ່ານດັ່ງກ່າວ ກໍເນັ້ນໜັກວ່າ ຄະນະກໍາມະການເອີຣົບ ຫວັງວ່າຈະຫຼີກລ້ຽງກໍລະນີ Brexit ໂດຍບໍ່ມີຂໍ້ຕົກລົງ, ແຕ່ ອີຢູ ກໍພ້ອມແລ້ວທີ່ຈະຍອມຮັບໝາກຜົນຄືດັ່ງກ່າວ ພ້ອມທັງໃສ່ໃຈວ່າ ຂໍ້ຕົກລົງ Brexit ທີ່ບັນລຸໄດ້ລະຫວ່າງ ອີຢູ ກັບ ທ່ານນາງອະດີດນາຍົກລັດຖະມົນຕີ ອັງກິດ Theresa May ແມ່ນການເລືອກເຟັ້ນດີທີ່ສຸດ ແລະ ຈະບໍ່່ເຈລະຈາຄືນໃໝ່.

        ໃນຂະນະນັ້ນ, ໂຄສົກທ່ານໜຶ່ງຂອງ ລັດຖະບານ ອັງກິດໃຫ້ຮູ້ວ່າ ລອນດອນ ຢາກເຈລະຈາກ່ຽວກັບຂໍ້ຕົກລົງສະບັບໃໝ່ກັບ ອີຢູ, ໃນນັ້ນ ລົບລ້າງມາດຕາ “ຮົ້ວກີດຂວາງ” ອະນຸຍາດໃຫ້ຮັກສາເສັ້ນຊາຍແດນເປີດກັບ ອຽກລັງ. ລັດຖະບານ ອັງກິດຫວັງວ່າ ອີຢູ ຈະປ່ຽນແປງຫຼັກໝັ້ນ ເພື່ອບັນລຸໄດ້ຂໍ້ຕົກລົງ. ໃນກໍລະນີບໍ່ບັນລຸໄດ້ຂໍ້ຕົກລົງ ອັງກິດກໍ່ຍັງຄົງຈະຖອນຕົວອອກຈາກ ອີຢູ ຖືກຕ້ອງຕາມກໍານົດເວລາ ແມ່ນວັນທີ 31 ຕຸລາ.

ຕອບກັບ

ຂ່າວ/ບົດ​ອື່ນ