ອີຢູ ຕີລາຄາວ່າ ອາດຈະບັນລຸໄດ້ຂໍ້ຕົກລົງກ່ຽວກັບ Brexit ໃນເດືອນ 12

(VOVWORLD) - ວັນທີ 24 ພະຈິກ, ປະທານສະພາ ເອີຣົບ Donald Tusk ມີການພົບປະກັບທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May
ອີຢູ ຕີລາຄາວ່າ ອາດຈະບັນລຸໄດ້ຂໍ້ຕົກລົງກ່ຽວກັບ Brexit ໃນເດືອນ 12 - ảnh 1ທ່ານປະທານສະພາ ເອີຣົບ Donald Tusk (ພາບ: THX/TTXVN)

ຢູ່ນອກກອງປະຊຸມຂັ້ນສູງຢູ່ ບຣຸກແຊນ. ພາຍຫລັງການເຈລະຈາ, ທ່ານ Tusk ໃຫ້ຮູ້ວ່າ: ອາດຈະບັນລຸໄດ້ບັນດາຄວາມກ້າວໜ້າໃນສຳເນົາບຸລິມະສິດ 3 ສະບັບຢ່າງຄົບຖ້ວນໃນການເຈລະຈາ Brexit ຢູ່ກອງປະຊຸມສຸດຍອດບັນດາການນຳ ອີຢູ ໃນເດືອນ ທັນວາ ຈະມາເຖິງ. ຕາມທ່ານ Tusk ແລ້ວ, ທ່ານນາງນາຍົກລັດຖະມົນຕີ ອັງກິດ ມີວາລາ 10 ວັນ ເພື່ອພິສູດໃຫ້ເຫັນບັນດາຄວາມກ້າວໜ້າຢ່າງຄົບຖ້ວນຈາກຝ່າຍ ອັງກິດ ໃນບັນຫາທັງໝົດ, ໃນນັ້ນ ລວມມີບັນຫາຊາຍແດນ ອຽກລັງ.

        ບັນດາປະເທດ ອີຢູ ຕີລາຄາວ່າ ພຽງແຕ່ມີບັນດາຄຳໝັ້ນສັນຍາຢ່າງຈະແຈ້ງຈາກຝ່າຍ ອັງກິດ ຈຶ່ງສາມາດເປີດກາລະໂອກາດສິ້ນສຸດໄລຍະເຈລະຈາທຳອິດກ່ຽວກັບ Brexit. 

ຕອບກັບ

ຂ່າວ/ບົດ​ອື່ນ