ອີຢູ ບໍ່ຕໍ່ກຳນົດເວລາຄຳສັ່ງຫ້າມນຳເຂົ້າທັນຍາພືດຂອງ ຢູແກຼນ

(VOVWORLD) - ວັນທີ 15 ກັນຍາ ຄະນະກຳມະການເອີລົບ (EC) ໃຫ້ຮູ້ວ່າ: ຈະບໍ່ຕໍ່ກຳນົດເວລາຄຳສັ່ງຫ້າມນຳເຂົ້າທັນຍາພືດຂອງ ຢູແກຼນ ສຳລັບ 5 ປະເທດບ້ານໃກ້ເຮືອນຄຽງຂອງ ຢູແກຼນ ນັ້ນແມ່ນ ໂປໂລຍ, ບຸນກາຣີ, ຮຸງກາຣີ, ໂຣມານີ ແລະສະໂລວາກີ.

ອີຢູ ບໍ່ຕໍ່ກຳນົດເວລາຄຳສັ່ງຫ້າມນຳເຂົ້າທັນຍາພືດຂອງ ຢູແກຼນ - ảnh 1ພາບປະກອບ.Reuters

ຖະແຫລງການຂອງຄະນະກຳມະການເອີລົບ ເນັ້ນຫນັກຢ່າງແຮງວ່າ ຍ້ອນມີການເຄື່ອນໄຫວປະສານງານ ແລະບັນດາມາດຕະການຊົ່ວຄາວ ທີ່ໄດ້ຍົກອອກມາແຕ່ວັນທີ 2 ພຶດສະພາປີ 2023, ບັນດາຂໍ້ຂາດຕົກບົກຜ່ອງສຳລັບຕະຫລາດຜະລິດຕະພັນກະເສດຢູ່ 5 ປະເທດສະມາຊິກໃກ້ກັບ ຢູແກຼນ ແມ່ນບໍ່ມີແລ້ວ.

ສະຫະພາບເອີລົບ ກໍ່ໄດ້ສ້າງບັນດາສາຍທາງບົກແທນທີ່ ຊື່ງໄດ້ເອີ້ນວ່າ ສາຍທາງສາມັກຄີ ເພື່ອໃຫ້ ຢູແກຼນ ນຳໃຊ້ສົ່ງອອກທັນຍາພືດພາຍຫລັງ ລັດເຊຍ ຖອນອອກຈາກຂໍ້ຕົກລົງທັນຍາພືດຢູ່ ທະເລດຳ ໂດຍ ສປຊ ເປັນອົງການໄກ່ເກ່ຍໃນເດືອນກໍລະກົດ. EC ໄດ້ເຫັນດີຕໍ່ບັນດາມາfຕະການປະຈຸບັນ ຊື່ງຈະໝົດຜົນສັກສດິດໃນວັນທີ 15 ກັນຍາ. ອີຢູ ຈະບໍ່ຈັດວາງບໍ່ວ່າຂໍ້ຈຳກັດໃດ ເວັ້ນເສຍແຕ່ບັນດາມາດຕະການຂອງ ຢູແກຼນ ໄດ້ນຳໃຊ້ ແລະ ເສີມຂະຫຍາຍຢ່າງຄົບຖ້ວນ.

ຕອບກັບ

ຂ່າວ/ບົດ​ອື່ນ