ອີ​ຢູ, ຝ​ລັ່ງ ຢຸດ​ຕິ​ທຸກ​ການ​ຊ່ວຍ​ເຫຼືອ​ໃຫ້​ແກ່ ນີ​ເຊ, ປະ​ຊາ​ຄົມ​ສາ​ກົນ​ກ່າວ​ປະ​ນາມ​ການ​ລັດ​ຖະ​ປະ​ຫານ

(VOVWORLD) - ວັນທີ 29 ກໍລະກົດ, ສະຫະພາບ ເອີຣົບ (ອີຢູ) ໄດ້ແຈ້ງໃຫ້ຊາບວ່າ ຢຸດຕິທຸກການຮ່ວມມືດ້ານຄວາມໝັ້ນຄົງ ແລະ ການຊ່ວຍເຫຼືອດ້ານການເງິນໃຫ້ແກ່ ນີເຊ ແລະ ຂໍ້ຕົກລົງດັ່ງກ່າວມີຜົນສັກສິດໃນທັນທີ. ການກະທຳນີ້ ໄດ້ຍົກອອກມາພາຍຫຼັງມີກຸ່ມທະຫານປົດຕຳແໜ່ງທ່ານປະທານາທິບໍດີ Mohamed Bazoum ແລະ ຈັບຕົວກັກຂັງທ່ານຢູ່ທຳນຽບປະທານາທິບໍດີ, ພ້ອມທັງປິດປະຕູຊາຍແດນ ແລະ ປະກາດຄຳສັ່ງພາວະສຸກເສີນທົ່ວປະເທດ.
ອີ​ຢູ, ຝ​ລັ່ງ ຢຸດ​ຕິ​ທຸກ​ການ​ຊ່ວຍ​ເຫຼືອ​ໃຫ້​ແກ່ ນີ​ເຊ, ປະ​ຊາ​ຄົມ​ສາ​ກົນ​ກ່າວ​ປະ​ນາມ​ການ​ລັດ​ຖະ​ປະ​ຫານ - ảnh 1ພັນໂທ Amadou Abdramane (ຜູ້ນັ່ງ) - ໂຄສົກສະພາແຫ່ງຊາດປົກປັກຮັກສາປະເທດຊາດ (CNSP) ຢູ່ ນີເຊ ປະກາດລັດຖະປະຫານຢູ່ໂທລະພາບແຫ່ງຊາດໃນວັນທີ 26/7 (ພາບ: AFP/TTXVN)

ໃນວັນດຽວກັນ, ກະຊວງການຕ່າງປະເທດ ຝລັ່ງ ກໍອອກແຈ້ງການຢຸດຕິທຸກການຊ່ວຍເຫຼືອພັດທະນາໃຫ້ແກ່ ນີເຊ ແລະ ຂໍ້ຕົກລົງດັ່ງກ່າວກໍມີຜົນສັກສິດໃນທັນທີ. ລັດຖະບານ ຝລັ່ງ ກໍຮຽກຮ້ອງໃຫ້ຟື້ນຟູ “ຄວາມເປັນລະບຽບຮຽບຮ້ອຍຂອງລັດຖະທຳມະນູນ” ຢູ່ ນີເຊ ແລະ ປ່ອຍຕົວທ່ານ Mohamed Bazoum ໃຫ້ກັບມາດຳລົງຕຳແໜ່ງເປັນປະທານາທິບໍດີ ຄືນໃໝ່.

ນີເຊແມ່ນປະເທດ ທີ່ໄດ້ຮັບການຊ່ວຍເຫຼືອເປັນຈຳນວນຫຼາຍຈາກຝ່າຍຕາເວັນຕົກ ແລະ ເປັນຄູ່ຮ່ວມມືສຳຄັນຂອງ ອີຢູ ໃນການຊ່ວຍຄວບຄຸມຄົນອົບພະຫຍົບຜິດກົດໝາຍທີ່ຈາກທາງທິດໃຕ້ ຫາດຊາຍ ຊາຮາຣາ ອາຟະລິກາ.

ໃນວັນທີ 29 ກໍລະກົດ, ສະຫະພາບ ອາຟະລິກາ ໄດ້ສະເໜີໃຫ້ບັນດາພົນທະຫານລັດຖະປະຫານຢູ່ ນີເຊ “ກັບຄືນຄ້າຍ ແລະ ຟື້ນຟູສິດລັດຖະປະຫານ” ໃນຮອບເວລາ 15 ວັນ.

ກໍໃນວັນດຽວກັນ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ຮຽກຮ້ອງໃຫ້ປ່ອຍອິດສະຫຼະພາບໃຫ້ທ່ານປະທານາທິບໍດີ Bazoum ໃນທັນທີ ແລະ ຟື້ນຟູຄວາມເປັນລະບຽບຮຽບຮ້ອຍປະຊາທິປະໄຕ.

ຕອບກັບ

ຂ່າວ/ບົດ​ອື່ນ