ອີ​ຢູ ມາ​ນະ​ພ​ະ​ຍາ​ຍາມ​ຟື້ນ​ຟູ​ຂໍ້​ຕົກ​ລົງ​ນິວ​ເຄຼຍ ອີ​ຣານ

(VOVWORLD) - ກະຊວງການຕ່າງປະເທດ ອີຣານ ແຈ້ງໃຫ້ຊາບວ່າ ທູດພິເສດຂອງ ສະຫະພາບ ເອີີຣົບ ຮັບຜິດຊອບການປະສານງານກອງປະຊຸມປຶກສາຫາລືຟື້ນຟູຂໍ້ຕົກລົງນິວເຄຼຍ ອີຣານ ຈະເດີນທາງໄປຍັງ ເຕເຮຣານ ໃນວັນທີ 14 ຕຸລາ.
ອີ​ຢູ ມາ​ນະ​ພ​ະ​ຍາ​ຍາມ​ຟື້ນ​ຟູ​ຂໍ້​ຕົກ​ລົງ​ນິວ​ເຄຼຍ ອີ​ຣານ - ảnh 1ທ່ານ Enrique Mora  (ພາບ: AFP/TTXVN)

ແຈ້ງການສະບັບດັ່ງກ່າວໃຫ້ຮູ້ວ່າ ການຢ້ຽມຢາມຂອງທ່ານ Enrique Mora ແມ່ນສືບທອດກອງປະຊຸມປຶກສາຫາລືລະຫວ່າງສອງຝ່າຍກ່ຽວກັບບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ພິເສດແມ່ນການພົວພັນລະຫວ່າງ ອີຣານ - ອີຢູ, ສະພາບການ ອາບການິດສະຖານ ແລະ ຂໍ້ຕົກລົງນິວເຄຼຍ.

        ການຢ້ຽມຢາມ ເຕເຮຣານ ຂອງທ່ານ Mora ແມ່ນດຳເນີນໄປໃນສະພາບບັນດາປະເທດ ອີຢູ ກໍຄື ອາເມລິກາ ຮຽກຮ້ອງເຊື່ອມຕໍ່ການເຈລະຈາ ເລື່ອງກັບຄືນເຂົ້າສູ່ຂໍ້ຕົກລົງຂອງ ວໍຊິງຕັນ. ການເຈລະຈາຄັ້ງຕ່າງໆທີ່ຈະດຳເນີນຢູ່ນະຄອນຫຼວງ ວຽນ ປະເທດ ໂອຕາລິດ ລະຫວ່າງ ອີຣານ ແລະ ບັນດາຝ່າຍເຂົ້າຮ່ວມຂໍ້ຕົກລົງ ລວມມີ ອັງກິດ, ຈີນ, ຝລັ່ງ, ເຢຍລະມັນ ແລະ ລັດເຊຍ ໄດ້ຢຸດຕິຊົ່ວຄາວ ນັບແຕ່ເມື່ອການເລືອກຕັ້ງປະທານາທິບໍດີ ອີຣານ ໃນເດືອນ ມິຖຸນາ ຜ່ານມາ. ອຳນາດການປົກຄອງຂອງປະທານາທິບໍດີ ຄົນໃໝ່ຂອງ ອີຣານ ທ່ານ Ebrahim Raisi ໄດ້ປະກາດເປັນຫຼາຍຄັ້ງແລ້ວວ່າ ພ້ອມແລ້ວທີ່ຈະເຊືຶ່ອມຕໍ່ການເຈລະຈາຄືນໃໝ່, ແຕ່ບໍ່ແຈ້ງໃຫ້ຊາບວັນເວລາລະອຽດ.


ຕອບກັບ

ຂ່າວ/ບົດ​ອື່ນ