ອີ​ຢູ ຢາກ​ຮ່ວມ​ມື​ກັບ ຫວຽດ​ນາມ ໃນ​ການ​ສ້າງ​ລະ​ບົບ​ສະ​ໜອງ​ຜະ​ລິດ​ຕະ​ພັນ​ກະ​ເສດ​ແບບ​ຍືນ​ຍົງ

(VOVWORLD) -ຢູ່ນະຄອນຫຼວງ ບຣຸກແຊນ (ລາຊະອານາຈັກ ແບນຊິກ), ຕອນຄ່ຳວັນທີ 19 ກໍລະກົດ, ທ່ານ ຫງວຽນວັນຖາວ ເອກອັກຄະລັດຖະທູດ - ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສະຫະພາບເອີຣົບ (ອີຢູ) ໄດ້ເຮັດວຽກກັບທ່ານ Janusz Wojciechowski, ຂ້າຫຼວງໃຫຍ່ຮັບຜິດຊອບບັນຫາກະສິກຳຂອງ ອີຢູ.
ອີ​ຢູ ຢາກ​ຮ່ວມ​ມື​ກັບ ຫວຽດ​ນາມ ໃນ​ການ​ສ້າງ​ລະ​ບົບ​ສະ​ໜອງ​ຜະ​ລິດ​ຕະ​ພັນ​ກະ​ເສດ​ແບບ​ຍືນ​ຍົງ - ảnh 1ທ່ານ ຫງວຽນວັນຖາວ ເອກອັກຄະລັດຖະທູດ - ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ອີຢູ ແລະ ຂ້າຫຼວງໃຫຍ່ຮັບຜິດຊອບບັນຫາກະສິກຳຂອງ ອີຢູ  Janusz Wojciechowski.  
(ພາບ:TTXVN)

ທີ່ການເຮັດວຽກ, ຂ້າຫຼວງໃຫຍ່ Janusz Wojciechowski ສະເໜີໃຫ້ ຫວຽດນາມ ແລະ ອີຢູ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຊຸກຍູ້ການຮ່ວມມືທາງດ້ານກະສິກຳຢ່າງຮອບດ້ານ, ພິເສດ ແມ່ນການສົ່ງເສີມການຄ້າຜະລິດຕະພັນກະເສດ ໃຫ້ສົມດຸນ, ພັດທະນາກະສິກຳແບບຍືນຍົງ, ຮ່ວມມືກັນແກ້ໄຂສິ່ງທ້າທາຍຕ່າງໆທີ່ພວມພົ້ນເດັ່ນຂຶ້ນໃນທົ່ວໂລກ ເປັນຕົ້ນແມ່ນການຂາດວັກຂາດຕອນລະບົບສະໜອງ, ບັນຫາຄ້ຳປະກັນສະບຽງອາຫານ… ທ່ານ Janusz Wojciechowski ໃຫ້ຮູ້ວ່າ ອີຢູ ຖືເປັນສຳຄັນບົດບາດ, ຄວາມສາມາດບົ່ມຊ້ອນຂອງ ຫວຽດນາມ ແລະ ຢາກເພີ່ມທະວີການຮ່ວມມືກັບ ຫວຽດນາມ ຫຼາຍກວ່າອີກ ໃນການສ້າງລະບົບສະໜອງຜະລິດຕະພັນກະເສດແບບຍືນຍົງ.

ທ່ານເອກອັກຄະລັດຖະທູດ ຫງວຽນວັນຖາວ ເນັ້ນໜັກວ່າ ຫວຽດນາມ ຖື ອີຢູ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າ ແລະ ພ້ອມແລ້ວທີ່ຈະເປີດກວ້າງການຮ່ວມມືກັບ ອີຢູ ຫຼາຍກວ່າອີກ. ທ່ານເອກອັກຄະລັດຖະທູດ ສະເໜີໃຫ້ສອງຝ່າຍ ຈົ່ງເສີມຂະຫຍາຍທ່າໄດ້ປຽບຂອງສັນຍາການຄ້າເສລີ ລະຫວ່າງ ຫວຽດນາມ ແລະ ອີຢູ (EVFTA) ຢ່າງສຸດຂີດ, ເພື່ອສົ່ງເສີມການຄ້າຜະລິດຕະພັນກະເສດ, ໃນນັ້ນ ປາດຖະໜາວ່າ ອີຢູ ຈະສືບຕໍ່ອຳນວຍຄວາມສະດວກໃຫ້ຜະລິດຕະພັນກະເສດຂອງ ຫວຽດນາມ ໄດ້ສຳຜັດກັບຕະຫຼາດ ອີຢູ.

ຕອບກັບ

ຂ່າວ/ບົດ​ອື່ນ