ອີ​ຢູ ສືບ​ຕໍ່​ຢຸດ​ຕິ​​ຊ​ົ່ວ​ຄາວການ​ນຳ​ໃຊ​້​ບັນ​ດາ​ຂໍ້​ກຳ​ນົດ​ກ່ຽວ​ກັບ​ງົບ​ປະ​ມານ ເພື່ອ​ໜູນ​ຊ່ວຍ​ການ​ຟື້ນ​ຟູ​ເສດ​ຖະ​ກິດ

(VOVWORLD) - ວັນທີ 2 ມິຖຸນາ, ຄະນະກຳມະການເອີຣົບ (EC) ໄດ້ແຈ້ງໃຫ້ຊາບວ່າ ຈະສືບຕໍ່ຢຸດຕິຊົ່ວຄາວການນຳໃຊ້ບັນດາຂໍ້ກຳນົດຈຳກັດການໃຊ້ຈ່າຍງົບປະມານຂອງ ສະຫະພາບເອີຣົບ (ອີຢູ) ໃນທັງປີ 2022 ເພື່ອໃຫ້ບັນດາປະເທດສະມາຊິກມີເວລາຜັນຂະຫຍາຍບ້ວງເງິນໜູນຊ່ວຍເສດຖະກິດຟື້ນຟູ ພາຍຫຼັງໂລກລະບາດໂຄວິດ - 19 ຕື່ມອີກ.
ອີ​ຢູ ສືບ​ຕໍ່​ຢຸດ​ຕິ​​ຊ​ົ່ວ​ຄາວການ​ນຳ​ໃຊ​້​ບັນ​ດາ​ຂໍ້​ກຳ​ນົດ​ກ່ຽວ​ກັບ​ງົບ​ປະ​ມານ ເພື່ອ​ໜູນ​ຊ່ວຍ​ການ​ຟື້ນ​ຟູ​ເສດ​ຖະ​ກິດ - ảnh 1ສະກຸນເງິນ ເອີໂຣ (ພາບ: rte.ie)  

ຕາມທ່ານຮອງປະທານຄະນະກຳມະການເອີຣົບ Valdis Dombrovskis ແລ້ວ, ວິວັດການຟື້ນຟເສດຖະກິດຍັງບໍ່ທັນສະໝ່ຳສະເໝີກັນ ແລະ ຍັງມີຫຼາຍສິ່ງຫຼາຍຢ່າງທີ່ຂາດສະຖຽນລະພາບ. ເພາະສະນັ້ນ, ບັນດາປະເທດຍັງສືບຕໍ່ຕ້ອງການຮັກສານະໂຍບາຍໜູນຊ່ວຍເສດຖະກິດ ທັງຢູ່ໃນປີ 2021 ແລະ 2022. ຄະນະກຳມະການເອີຣົບ  - ອົງການບໍລິຫານງານຂອງ ອີຢູ ໄດ້ຢຸດຕິຊົ່ວຄາວການນຳໃຊ້ບັນດາຂໍ້ກຳນົດຈຳກັດການໃຊ້ຈ່າຍສາທາລະນະສຳລັບລັດຖະບານບັນດາປະເທດສະມາຊິກໃນເດືອນມີນາ 2020 ໃນສະພາບການທີ່ພື້ນຖານເສດຖະກິດຂອງພາກພື້ນຕົກເຂົ້າສູ່ໄລຍະຊຸດໂຊມທີ່ສຸດ ນັບແຕ່ພາຍຫຼັງສົງຄາມໂລກຄັ້ງທີ 2, ໃນນັ້ນ ສາເຫດຕົ້ນຕໍແມ່ນ ຍ້ອນບັນດາມາດຕະການຈຳກັດການເຄື່ອນໄຫວ ເພື່ອສະກັດກັ້ນໂລກລະບາດໂຄວິດ - 19 ແຜ່ລາມ.


ຕອບກັບ

ຂ່າວ/ບົດ​ອື່ນ