ອີຢູ ສຸມໃສ່ປຶກສາຫາລືກ່ຽວກັບການປະຕິຮູບສະພາບການພາຍໃນກຸ່ມ

(VOVWORLD) -ບັນດາການນໍາອີຢູ ໄດ້ເຫັນດີຕໍ່ຂໍ້ຕົກລົງໜູນຊ່ວຍໃຫ້ກົນໄກແກ້ໄຂໜຶ່ງດຽວ ແລະ ເຫັນດີມອບໃຫ້ກົນໄກສ້າງພາກພື້ນ ເອີຣົບ ໃຫ້ມີສະຖຽນລະພາບ ແລະ ມີສິດອໍານາດຢ່າງແຮງກວ່າ ເພື່ອສະກັດກັ້ນ ແລະ ຄຸ້ມຄອງບັນດາວິກິດການດ້ານການເງິນ.

ໃນການຖະແຫຼງຂ່າວພາຍຫຼັງກອງປະຊຸມສຸດຍອດ ສະຫະພາບເອີຣົບ (ອີຢູ) ໃນວັນທີ 14 ທັນວາ, ທ່ານປະທານສະພາເອີຣົບ Donald Tusk ໃຫ້ຮູ້ວ່າ ບັນດາການນໍາ ອີຢູ ໄດ້ໃຫ້ຄໍາໝັ້ນສັນຍາກ່ຽວກັບບັນດາບາດກ້າວລະອຽດ ເພື່ອປັບປຸງສໍາພັນທະມິດເສດຖະກິດ ແລະ ເງິນຕາຂອງກຸ່ມ. ທີ່ການປະຊຸມຂ່າວຄັ້ງນີ້, ບັນດາການນໍາອີຢູ ໄດ້ເຫັນດີຕໍ່ຂໍ້ຕົກລົງໜູນຊ່ວຍໃຫ້ກົນໄກແກ້ໄຂໜຶ່ງດຽວ ແລະ ເຫັນດີມອບໃຫ້ກົນໄກສ້າງພາກພື້ນ ເອີຣົບ ໃຫ້ມີສະຖຽນລະພາບ ແລະ ມີສິດອໍານາດຢ່າງແຮງກວ່າ ເພື່ອສະກັດກັ້ນ ແລະ ຄຸ້ມຄອງບັນດາວິກິດການດ້ານການເງິນ. ນອກຈາກນັ້ນ, ບັນດາການນໍາ ອີຢູ ໄດ້ເຫັນດີຕັ້ງເຄື່ອງມືໃນການປະຕິບັດງົບປະມານໃຫ້ແກ່ 19 ປະເທດ ທີ່ນໍາໃຊ້ສະກຸນເງິນ ເອີໂຣ. ບັນດາການນໍາອີຢູ ກໍເຫັນດີຮັບຮອງເອົາບັນດາຂໍ້ສະຫຼຸບກ່ຽວກັບຕະຫຼາດພາຍໃນໜຶ່ງດຽວ, ການປ່ຽນແປງຂອງດິນຟ້າອາກາດ, ການອົບພະຍົບ,ສະກັດກັ້ນແຫຼ່ງຂໍ້ມູນທີ່ບໍ່ມີມູນຄວາມຈິງ, ການຕໍ່ສູ້ຕ້ານການຈໍາແນກເຊື້ອຊາດຜິວພັນ ແລະ ຕ້ານການບໍ່ເຊື່ອໃຈຊາວຕ່າງປະເທດ.


ຕອບກັບ

ຂ່າວ/ບົດ​ອື່ນ