ອີຢູ ສ້າງກອງທຶນ 25 ຕື້ເອີໂຣ ເພື່ອກູ້ຊ່ວຍບັນດາພື້ນຖານເສດຖະກິດສະມາຊິກຕໍ່ໜ້າໂລກລະບາດ Covid-19

(VOVWORLD) - ພາຍຫລັງກອງປະຊຸມສຸດຍອດທາງອອນລາຍໄດ້ຈັດຕັ້ງໃນຕອນຄ່ຳວັນທີ 10 ມີນາ, ການນຳສະຫະພາບ ເອີຣົບ (ອີຢູ) ແລະ ປະມຸກລັດບັນດາປະເທດສະມາຊິກໄດ້ເຫັນດີເປັນເອກະພາບວ່າ ຈະສ້າງກອງທຶນທີ່ມີມູນຄ່າ 25 ຕື້ເອີໂຣ ເພື່ອຊ່ວຍເຫຼືອພື້ນຖານເສດຖະກິດຂອງກຸ່ມນີ້ ເຊິ່ງພວມຖືກຜົນສະທ້ອນຢ່າງໜັກໜ່ວງຈາກໂລກລະບາດ Covid-19

ອີຢູ ສ້າງກອງທຶນ 25 ຕື້ເອີໂຣ ເພື່ອກູ້ຊ່ວຍບັນດາພື້ນຖານເສດຖະກິດສະມາຊິກຕໍ່ໜ້າໂລກລະບາດ Covid-19 - ảnh 1ປະທານສະພາ ເອີຣົບ  Charles Michel. ພາບ: DW 

ກ່ອນອື່ນໝົດ, ຄະນະກຳມະການ ເອີຣົບ ຈະຊ່ວຍເຫຼືອ 7,5 ຕື້ເອີໂຣ ໃນທັນທີ, ຈຳນວນເງິນທີ່ຍັງເຫຼືອນັ້ນ ຈະປຸກລະດົມຈາກຫລາຍແຫຼ່ງທຶນໃນໄລຍະຈະມາເຖິງ. 7,5 ຕື້ເອີໂຣ ທຳອິດ ຈະໄດ້ລົງທຶນເຂົ້າບັນດາລະບົບສາທາລະນະສຸກ, ບັນດາບໍລິສັດຂະໜາດກາງ, ຂະໜາດນ້ອຍ ແລະ ຕະຫລາດແຮງງານ.

        ກ່ອນທີ່ດຳເນີນກອງປະຊຸມທາງອອນລາຍດັ່ງກ່າວ, ບັນດາປະເທດສະມາຊິກ ອີຢູ ໄດ້ຖະແຫຼງວ່າ ຕ້ອງນຳໃຊ້ບັນດາມາດຕະການຮີບດ່ວນ ເພື່ອແນໃສ່ຈຳກັດການກະທົບເສດຖະກິດ, ເປັນຕົ້ນແມ່ນ ອີຕາລີ, ບ່ອນທີ່ເກີດໂລກລະບາດ Covid-19 ໃຫຍ່ທີ່ສຸດຢູ່ ເອີຣົບ.

 

ຕອບກັບ

ຂ່າວ/ບົດ​ອື່ນ