ອີຢູ-ການາດາເປີດໜ້າປະຫວັດສາດໃໝ່ໃນການຮ່ວມມືດ້ານການຄ້າ

ອີຢູ-ການາດາເປີດໜ້າປະຫວັດສາດໃໝ່ໃນການຮ່ວມມືດ້ານການຄ້າ - ảnh 1
ປະ​ທານ​ຄະ​ນະ​ກຳ​ມະ​ການ ເອີ​ລົບJean-Claude Juncker, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກາ​ນາ​ດາ Justin Trudeau, ປະ​ທານ​ສະ​ພາ ເອີ​ລົບ  Donald Tusk ທີ່​ພິ​ທີ​ເຊັນ CETA ຢູ່ບ​ຣຸກ​ແຊນ.
 (ພາບ: AP/TTXVN)

(vovworld) – ກອງ​ປະ​ຊຸມ​ສຸດຍອດ​ສະ​ຫະ​ພາບ​ເອີ​ລົບ (ອີ​ຢູ​) ແລະ ກາ​ນາ​ດາ ໄດ້​ໄຂ​ຂຶ້ນ​ໃນ​ວັນ​ທີ 30/10 ຢູ່​ນະ​ຄອນຫຼວງ ບ​ຣຸກ​ແຊນ, ປະ​ເທດ ແບນ​ຊິກ ດ້ວຍ​ໝາກ​ຜົນ​ແມ່ນ 2 ຝ່າຍ​ໄດ້​ເຊັນ​ສັນ​ຍາ​ການ​ຄ້າ ແລະ ເສດ​ຖະ​ກິດ​ຮອບ​ດ້ານ ອີ​ຢູ - ກາ​ນາ​ດາ (CETA) ແລະ ສັນ​ຍາ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ (SPA). ເຫດ​ການນີ້​ໄດ້​ຮັບ​ຖື​ວ່າ​ແມ່ນ​ບາດ​ກ້າວ​ໃໝ່ ໃນ​ຂະ​ນະ​​ທີ່ກ່ອນນີ້​ພຽງ 2, 3 ວັນ, CETA ຍັງ​ຢືນ​ຕໍ່​ໜ້າ​ໄພ​ລົ້ມ​ລະ​ລາຍ​ຍ້ອນ​ມີ​ການ​ຄັດ​ຄ້ານ​ຂອງ​ເຂດ Wallonie ແລະ ບັນ​ດາ​ເຂດ​ເວົ້າ​ພາ​ສາ ຝ​ຣັ່ງ ອື່ນໆ​ຂອງ ແບນ​ຊິກຍ. ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກາ​ນາ​ດາ Justin Trudeau, ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ ເອີ​ລົບ Jean – Claude Juncker ໄດ້​ຕີ​ລາ​ຄາ​​ວ່າ, ເຖິງວ່າວຽກ​ງານ​ທຸກ​ຢ່າງ​ຍັງ​ປະ​ສົບ​ຄວາມ​ຫຍູ້ງ​ຍາກກໍ່​ຕາມ ແຕ່​ສຸດ​ທ້າຍ​ທັງ 2 ຝ່າຍກໍ່​ບັນ​ລຸ​ໄດ້​ຄວາມ​ເຫັນ​ດີ​ເຫັນ​ພ້ອມ ແລະ ​ໄດ້​ເຊັນ​ສັນ​ຍາເສດ​ຖະ​ກິດ ແລະ  ​ການ​ຄ້າ ສຳ​ຄັນ​ທີ່​ສຸດ​ທີ່​​ໃນ​ວິ​ວັດ​ທະ​ນາ​ການ​ເຈ​ລະ​ຈາ​ທີ່​ແກ່​ຍາວ​ເປັນ​ເວ​ລາ 7 ປີນີ້. ເມື່ອ​ມີ​ຜົນ​ສັກ​ສິດ, CETA ຈະ​ເຊື່ອ​ມ​ຕໍ່ ອີ​ຢູ - ເຊິ່ງ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຕະຫຼາດ​ໃຫຍ່​ທີ່​ສຸດ​ໃນ​ໂລກ ລວມ​ມີ​​ພົນ​ລະ​ເມືອງ 500 ລ້ານ​ຄົນ - ກັບ ກາ​ນາ​ດາ - ເຊິ່ງ​ແມ່ນ​ພື້ນ​ຖານ​ເສດ​ຖະ​ກິດ​ຂະ​ຫຍັນ​ຂັນ​ເຄື່ອນ ແລະ ໃຫຍ່​​ອັນ​ດັບ 10 ໃນ​ທົ່ວ​ໂລກ. ສິນ​ຄ້າ​​ແລກ​ປ່ຽນ​ລະ​ຫວ່າງ 2 ຝ່າຍ​ຈະ​ໄດ້​ຫລຸດ​ຜ່ອນ​ພາ​ສີ​ເຖິງ 99%. ພາຍຫຼັງ​ໄດ້​ຮັບ​ການ​ລົງ​ນາມ, ສັນ​ຍາ​ຈະ​ຕ້ອງ​ໄດ້​ຮັບ​ການ​ໃຫ້​ສັດ​ຕະ​ຍາ​ບັນ​ຈາກ​ລັດ​ຖະ​ສະ​ພາ​ເອີ​ລົບ ແລະ ສະ​ພາ​ແຫ່ງ​ຊາດ ກາ​ນາ​ດາ ກ່ອນ​ທີ່​ມີ​ຜົນ​ສັກ​ສິດ​ຢ່າງ​ເປັນ​ທາງ​ການ.


ຂ່າວ/ບົດ​ອື່ນ