ອີຢິບ ຕໍ່ກຳນົດເວລາປະກາດສະພາວະສຸກເສີນຕື່ມອີກ 3 ເດືອນ

(VOVWORLD) - ວັນທີ 24 ມິຖຸນາ, ສະພາແຫ່ງຊາດ ອີຢິບ ໄດ້ເຫັນດີຕໍ່ກຳນົດເວລາປະກາດຄຳສັ່ງສະພາວະສຸກເສີນໃນທົ່ວປະເທດຕື່ມອີກ 3 ເດືອນ, ຈຶ່ງເລີ່ມຕົ້ນແຕ່ວັນທີ 14 ກໍລະກົດ ເປັນຕົ້ນໄປ.
ອີຢິບ ຕໍ່ກຳນົດເວລາປະກາດສະພາວະສຸກເສີນຕື່ມອີກ 3 ເດືອນ - ảnh 1ເຫດວາງລະເບີດໂບດຢູ່ Tanta ອີຢິບ (ພາບ: AFP/TTXVN)

ນີ້ແມ່ນຄັ້ງທີ 5 ທີ່ຄຳສັ່ງດັ່ງກ່າວໄດ້ຕໍ່ກຳນົດເວລາ ນັບແຕ່ເມື່ອໄດ້ປະກາດໃຊ້ໃນປີ 2017.

        ຄຳສັ່ງສະພາວະສຸກເສີນ ເຊິ່ງອຳນາດການປົກຄອງ ອີຢິບ ໄດ້ຈັດວາງຄັ້ງທຳອິດເມື່ອເດືອນ ເມສາ 2017 ພາຍຫລັງເກີດເຫດວາງລະເບີດຢູ່ໂບດ 2 ຄັ້ງ ເຮັດໃຫ້ຢ່າງໜ້ອຍສຸດມີ45 ຄົນເສຍຊີວິດ. ອົງການ “ລັດອິດສະລາມ” (IS) ຖະແຫຼງການປະຕິບັດບັນດາເຫດບຸກໂຈມຕີດັ່ງກ່າວ. ໃນຊຸມປີມໍ່ໆມານີ້, ກຳລັງ IS ໄດ້ເພີ່ມທະວີການບຸກໂຈມຕີຢູ່ເຂດເໜືອ Sinai, ເຮັດໃຫ້ພົນທະຫານ ແລະ ຕຳຫລວດປະເທດນີ້ເສຍຊີວິດນັບຮ້ອຍໆຄົນ. IS ຍັງບຸກໂຈມຕີເລັ່ງໃສ່ສາມັນຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ