ອີ​ຢິບ ແລະ ອິດ​ສະ​ຣາ​ແອັນ ເຫັນ​ດີ​ເປັນ​ເອ​ກະ​ພາບ​ສືບ​ຕໍ່​ສົມ​ທົບ​ກັນ​ໃນ​ວິ​ວັດ​ທະ​ນາການ​ສ້າງ​ສັນ​ຕິ​ພາບ​ຢູ່​ພາກ​ພື້ນຕາ​ເວັນ​ອອກ​ກາງ

(VOVWORLD) -ທ່ານລັດຖະມົນຕີການຕ່າງປະເທດ ອີຢິບ Sameh Shoukry ແລະ ຄູ່ຕຳແໜ່ງ ອິດສະຣາແອັນ Gabi Ashkenazi ໄດ້ເຫັນດີສືບຕໍ່ໃຫ້ການສົບທົບກັບ ປາແລັດສະຕິນ ເພື່ອຊອກຫາວິທີການແກ້ໄຂບັນຫາຈົນຕາແຈໃນປັດຈຸບັນຂອງວິວັດທະນາການສ້າງສັນຕິພາບຢູ່ພາກພື້ນຕາເວັນອອກກາງ. 
ອີ​ຢິບ ແລະ ອິດ​ສະ​ຣາ​ແອັນ ເຫັນ​ດີ​ເປັນ​ເອ​ກະ​ພາບ​ສືບ​ຕໍ່​ສົມ​ທົບ​ກັນ​ໃນ​ວິ​ວັດ​ທະ​ນາການ​ສ້າງ​ສັນ​ຕິ​ພາບ​ຢູ່​ພາກ​ພື້ນຕາ​ເວັນ​ອອກ​ກາງ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ອີຢິບ Sameh Shoukry ແລະ ຄູ່ຕຳແໜ່ງ ອິດສະຣາແອັນ Gabi Ashkenazi  (ພາບ: Ahramonline)

ທີ່ການພົບປະຢູ່ນະຄອນຫຼວງ Cairo ໃນວັນທີ 30 ພຶດສະພາ, ທ່ານລັດຖະມົນຕີການຕ່າງປະເທດ ອີຢິບ Sameh Shoukry ແລະ ຄູ່ຕຳແໜ່ງ ອິດສະຣາແອັນ Gabi Ashkenazi ໄດ້ເຫັນດີສືບຕໍ່ໃຫ້ການສົບທົບກັບ ປາແລັດສະຕິນ ເພື່ອຊອກຫາວິທີການແກ້ໄຂບັນຫາຈົນຕາແຈໃນປັດຈຸບັນຂອງວິວັດທະນາການສ້າງສັນຕິພາບຢູ່ພາກພື້ນຕາເວັນອອກກາງ. ລັດຖະມົນຕີການຕ່າງປະເທດສອງທ່ານໄດ້ປຶກສາຫາລືກ່ຽວກັບບັນດາມາດຕະການ ເພື່ອແນໃສ່ສ້າງເງື່ອນໄຂໃຫ້ແກ່ຄວາມມານະພະຍາຍາມສ້າງຕັ້ງເຂດ Gaza ຄືນໃໝ່ໃນໄລຍະຈະມາເຖິງ. ທ່ານປະທານາທິບໍດີ ອີຢິບ Abdel Fattah El Sisi ແຈ້ງໃຫ້ຊາບວ່າ ຈະຈັດແບ່ງ 500 ລ້ານ USD ເພື່ອສ້າງສາເຂດ Gaza ຄືນໃໝ່.

ກ່ອນໜ້ານັ້ນ, ຜູ້ອຳນວຍການອົງການສືບລາຊະການລັບແຫ່ງຊາດ ອີຢິບ Abbas Kamel ໄດ້ນຳໜ້າຄະນະປ້ອງກັນຄວາມສະຫງົບ ເດີນທາງໄປຍັງ ອິດສະຣາແອັນ ແລະ ເຂດແດນດິນຂອງ ປາແລັດສະຕິນ ເພື່ອປຶກສາຫາລືກ່ຽວກັບບັນດາມາດຕະການປັບປຸງຄຳສັ່ງຢຸດຍິງ. ທ່ານ Abbas Kamel ໄດ້ສົ່ງສານຂອງປະທານາທິບໍດີ Abdel Fattah El Sisi ເຖິງທ່ານປະທານາທິບໍດີ ປາແລັດສະຕິນ Mahmoud Abbas, ໃນນັ້ນ ໄດ້ຢັ້ງຢືນຄືນໃໝ່ການສະໜັບສະໜູນຢ່າງສິ້ນເຊີງຂອງ Cairo ສຳລັບຊາວ ປາແລັດສະຕິນ.


ຕອບກັບ

ຂ່າວ/ບົດ​ອື່ນ