ອີຢີບສືບຕໍ່ຈັດການ ແຫ່ຂະບວນປະທ້ວງ

ອີຢີບສືບຕໍ່ຈັດການ ແຫ່ຂະບວນປະທ້ວງ - ảnh 1

(ພາບ: danviet.vn)

(vovworld)-​ວັນ​ທີ 5/8, ຊາວ​ມຸດ​ຊະ​ລິ​ມ ສະໜັບສະໜູນ​ປະທານາທິບໍດີ​ຜູ້​ທີ່​ຖືກ​ໂຄ່ນ​ລົ້ມ Mohamad Morsi ນັບ​ພັນ​ຄົນ ​ໄດ້​​ເດີນ​ຂະ​ບວນ​​ຢູ່​ອ້ອມ​​ນະຄອນຫຼວງ​ກາຍ​ໂຣ, ​ເພື່ອຮຽກຮ​້ອງຟື້ນ​ຟູ​ຕຳ​ແໜ່​ງ​ໃຫ້​ທ່ານ​ Mohamad Morsi ​ແລະ ກ່າວ​ປະນາມ​ກອງທັບ​ທີ່ໄດ້​ດຳ​ເນີນ​ການ​ລັດຖະປະຫານ. ທີ່​ການ​ພົບ​ປະ​ຫ່ວາງ​ແລ້ວ​ນີ້​ກັບ​ຜູ້ຕາງໜ້າ​ຂອງ​ອາ​ເມ​ລິ​ກາ, ອີ​ຢູ, ຄະນະ​ຜູ້​ແທນ​ສະໜັບສະໜູນ​ທ່ານ Mohamad​Morsi ໃຫ້​ຮູ້​ວ່າ: ພ້ອມ​ແລ້ວ​ທີ່​ຈະ​ເຈລະຈາ​ກັບ​ບັນດາ​ນັກ​ການ​ເມືອງ​ສະໜັບສະໜູນ​ການ​ໂຄ່ນ​ລົ້ມປະທານາທິບໍດີ​ Mohamad Morsi. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຜູ້​​ເຂົ້າຮ່ວມ​ການ​ແຫ່​ຂະ​ບວນປະ​ທ້ອງ​ປະກາດ​ວ່າ ​ເຂົາ​ເຈົ້າພຽງ​ແຕ່ຢາກ​ໃຫ້​ປະທານາ ທິບໍດີ Mohamad Morsi ​ໄດ້​ຮັບ​ການ​ຟື້ນ​ຟູ​ຕຳ​ແໜ່​ງ​ເທົ່າ​ນັ້ນ. ມາ​ຮອດ​ປະຈຸ​ບັນ, ຜູ້ສະໜັບສະໜູນ​ປະທານາທິບໍດີ​ຜູ້​ທີ່​ຖືກ​ໂຄ່ນ​ລົ້ມ Mohamad Morsi ນັບ​ພັນ​ຄົນຍັງ​ເຕົ້າ​ໂຮມ​ກັນ​ຢູ່​ນະຄອນຫຼວງ​ກາຍ​ໂຣ ​ໃນ​ຂະນະ​ທີ່​ລັດຖະບານ​ເອີ້ນ​ວ່າ ນີ້​ແມ່ນ​ການ​ກະທຳ​ນາບ​ຂູ່​ເຖິງ​ຄວາມ​ສະຫງົບ​ປອດ​ໄພ​ແຫ່ງ​ຊາດ ​ແລະ ຖະ​ແຫຼ​ງວ່າ​ຈະ​ຍຸບ​ເລິກ​​ໂດ​ຍ​ໄວ. ລັດຖະບານ​ຊົ່ວຄາວ ​ໄດ້​ຖະ​ແຫຼ​ງວ່າ ຈະ​ສ້າງ​ກາລະ​ໂອກາດ​ໃຫ້​ບັນດາ​ຜູ້​ໄກ້​ເກ່ຍ ​ແຕ່​ຍັງ​ກ່າວ​ເຕືອນ​ວ່າ ​ເວລາ​ບໍ່​ມີ​ຫຼາຍ​ອີກ.

 

ຂ່າວ/ບົດ​ອື່ນ