ອີຢີບເປີດການສືບສວນເຫດການໃຊ້ຄວາມຮຸນແຮງທີ່ນອງເລືອດຢູ່ Cairo

ອີຢີບເປີດການສືບສວນເຫດການໃຊ້ຄວາມຮຸນແຮງທີ່ນອງເລືອດຢູ່ Cairo - ảnh 1
ການ​ໃຊ້​ຄວາມ​ຮຸນ​ແຮງ​ທີ່​ເກີດ​ຂຶ້ນຢູ່ອີຢີບ
ພາບ: internet


(vovworld)- ​​ອົງການໄອ​ຍະ​ການ ອີ​ຢີບ ຕົກລົງ​ເປີດ​ການ​ສືບສວນ​ເຫດການ​ໃຊ້​ຄວາມ​ຮຸນ​ແຮງ​ທີ່​ເກີດ​ຂຶ້ນ​ລະຫວ່າງ ຕຳຫລວດ ​ແລະ ບັນດາ​ຜູ້​ສະຫນັບສະຫນູນ​ອະດີດ​ປະທານາທິບໍດີ Mohamed Morsi ໃນ​ຮຸ່ງ​ເຊົ້າ​ວັນ​ທີ 27/7 ຢູ່ ທາງ​ທິດຕາ​ເວັນ​ອອກສຽ​ງ​ເຫນືອ​ນະຄອນຫລວງ Cairo ​​ຊື່​ງ​ເຮັດ​ໃຫ້ 65 ຄົນ​ເສຍ​ຊີວິດ ​ແລະ ​ເກ​ືອບ 300 ຄົນ​ຖືກ​ບາ​ດ​ເຈັບ. ກ່າວ​ຄ​ຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວ​ໃນ​ຕອນ​ບ່າຍ​ວັນ​ທີ 27/7, ລັດຖະມົນຕີ​ກະຊວງ​ພາຍ​ໃນ ອີ​ຢີບ, ທ່ານ Mohamed Ibrahim ​ໄດ້​ກ່າວ​ເຕືອນ​ອົງການ​ອ້າຍ​ນ້ອງ​ມຸດສະລີມ​ໄດ້​ຕັ້ງ​ໃຈ​ກໍ່​ໃຫ້​ເກີດ​ວິ​ກິດ​ການ​ເພື່ອ​ຍາດ​ຊີງ​ຜົນ​ປ​ະ​ໂຫຍ​ດການ​ເມືອງ ພ້ອມ​ທັງ​ຢືນຢັນ ຕຳຫລວດ​ບໍ່​ນຳ​ໃຊ້​ລູກປືນເພື່ອ​ຍິງ​ໃສ່​ຜູ້​ແຫ່​ຂະ​ບວນປະ​ທ້ວງ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ອົງການ​ອ້າຍ​ນ້ອງມຸດສະລີມ​ ​ໄດ້​ປະຕິ​ເສດ​ຂ່າວ​ຄາວ​ດັ່ງກ່າວ ​ແລະ ຢືນຢັນ​ວ່າ: ຕຳຫລວດ ​ໄດ້​ຍິງ​ປືນ​ໃສ່​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ເຮັດ​ໃຫ້​ຫລາຍ​ຄົນ​ຖືກ​ເສຍ​ຊີວິດ ​ແລະ ບາດ​ເຈັບ.

ຂ່າວ/ບົດ​ອື່ນ