ອີຢູຫວັງວ່າການເຈລະຈາກ່ຽວກັບ Brexit ຈະກ້າວເຂົ້າສູ່ໄລຍະທີ 2

(VOVWORLD) -ວັນທີ 23 ພະຈິກ, ທ່ານປະທານຄະນະກຳມະການເອີລົບ Jean Claude Juncker ໃຫ້ຮູ້ວ່າ, ໃນ 2 – 3 ວັນຕໍ່ໜ້າ ຈະແມ່ນຈຸດເວລາເພື່ອຕົກລົງວ່າ ບັນດາການເຈລະຈາກ່ຽວກັບເລື່ອງອັງກິດ ຖອນອອກຈາກສະຫະພາບເອີລົບ (ອີຢູ) ຫຼື ເອີ້ນວ່າ Brexit, ຈະມີຄວາມຄືບໜ້າຢ່າງພຽງພໍເພື່ອກ້າວເຂົ້າສູ່ໄລຍະທີ 2 ໄດ້ ຫຼື ບໍ່.

ອີຢູຫວັງວ່າການເຈລະຈາກ່ຽວກັບ Brexit ຈະກ້າວເຂົ້າສູ່ໄລຍະທີ 2 - ảnh 1

 ທ່ານປະທານຄະນະກຳມະການເອີລົບ Jean Claude Juncker

(ພາບ: AFP TTXVN)

ກ່າວຄຳເຫັນທີ່ການປະຊຸມຂ່າວຢູ່ສະວິດ, ທ່ານ Juncker ຢືນຢັນເລື່ອງສົ່ງເສີມໄລຍະທີ 2 ຂອງວິວັດທະນາການເຈລະຈາ Brexit ຫຼື ບໍ່ນັ້ນ ຈະໄດ້ຮັບການຊັ່ງຊາ ພາຍຫຼັງທີ່ທ່ານມີການພົບປະກັບທ່ານນາຍົກລັດຖະມົນຕີອັງກິດ ໃນວັນທີ 04 ທັນວາ ຈະມາເຖິງ. ປະຈຸບັນອົງການເຈົ້າໜ້າທີອີຢູ ຫວັງວ່າ, ອັງກິດ ຈະມີການປະນີປະນອມ ເພື່ອແນໃສ່ທຳລາຍສະພາບບໍ່ມີທາງອອກໃນການເຈລະຈາຄືປະຈຸບັນ ເພື່ອບັນລຸຂໍ້ຕົກລົງ Brexit ໃຫ້ໄດ້ໃນປີ 2019. ບໍ່ວ່າການກະທຳໃດໆຂອງອັງກິດ ໃນການພົບປະນີ້ ຈະເປັນພື້ນຖານເພື່ອໃຫ້ອີຢູ ຍົກອອກຂໍ້ຕົກລົງກ່ຽວກັບໄລຍະທີ 2 ຂອງການເຈລະຈາ ໃນກອງປະຊຸມສຸດຍອດຂອງກຸ່ມນີ້ໃນວັນທີ 14 - 15 ທັນວາ ຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ