ອີຢູອອກຖະແຫຼງການພາຍຫຼັງ ອັງກິດ ເລີ່ມປະຕິບັດວິວັດການຖອນອອກຈາກ ອີຢູ ຢ່າງເປັນທາງການ

ອີຢູອອກຖະແຫຼງການພາຍຫຼັງ ອັງກິດ ເລີ່ມປະຕິບັດວິວັດການຖອນອອກຈາກ ອີຢູ ຢ່າງເປັນທາງການ - ảnh 1
ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ອັງ​ກິດ ປະ​ຈຳ ອີ​ຢູ ສົ່ງ​ຈົດ​ໝາຍ​ໃຫ້​ທ່ານ​ປະ​ທານ​ສະ​ພາ​ເອີ​ລົບ Donald Tusk (ເບື້ອງ​ຂວາ) ຢູ່ ບ​ຣຸກ​ແຊນ, ພາກ​ສະ​ວິດ​ໃນ​ວັນ​ທີ 29/3 
(ພາບ:AFP/TTXVN)

(vovworld) - ​​​ການ​ນຳ 27 ປະ​ເທດ​ສະ​ມາ​ຊິກ​ຍັ​ງ​ເຫຼືອ​ຂອງ ສະ​ຫະ​ພາບ ເອີ​ລົບ (ອີ​ຢູ) ໃຫ້​ຄ​ຳ​ໝັ້ນ​ສັນ​ຍາ​ມີ​ການ​ກະ​ທຳ​ແມ່ນ​ກຸ່ມ​ກ້ອນ​ເອ​ກ​ະ​ພາບ​ໃນ​ບັນ​ດາ​ການ​ເຈ​ລະ​ຈາ​ກັບ ອັງ​ກິດ ກ່ຽວ​ກັບ​ເງື່ອນ​ໄຂ​ຖອນ​ອອກ​ຈາກ ອີ​ຢູ, ຍັງ​ໄດ້​ເອີ້ນ​ຫຍໍ້​ວ່າ Brexit. ນີ້​ແມ່ນ​ຖະ​ແຫຼງ​ການ​ຂອງ 27 ປະ​ເທດສະ​ມາ​ຊິກ​ຍັງ​ເຫຼືອ​ໃນ ອີ​ຢູ ​ຍົກ​ອອກ​ມາ​ພາຍຫຼັງ​ວັນ​ທີ 29/3, ຜູ້​ຕາງ​ໜ້າ ອັງ​ກິດ ໄດ້​ມອບ​ໃຫ້ທ່ານ Donald Tusk, ປະ​ທານ​ສະ​ພາ​ເອີ​ລົບ ຄຳ​ປະ​ກາດ​ທາງ​ການ​ຂອງ ອັງ​ກິດ ກ່ຽວ​ກັບ​ການ​​ປະ​ຕິ​ບັດ​ຕາມ​ມາດ​ຕາ 50 ຂອງ​ສົນ​ທິ​ສັນ​ຍາ Lisbon ເພື່ອ​ເລີ່ມ​​ເຈ​ລະ​ຈາ​ກ່ຽວ​ກັບ Brexit. ຖະ​ແຫຼງ​ການ​ເນັ້ນ​ໜັກ​ວ່າ: ​​ເລື່ອງ ອັງ​ກິດ ຖອນ​ອອກ​ຈາກ​ອີ​ຢູ ເຮັດ​ໃຫ້ອີ​ຢູ ມີ​ຄວາມ​ເສຍ​ດາຍ, ແຕ່ ອີ​ຢູ ກໍ່ພ້ອມ​ແລ້ວ​​ທີ່​ຈະ​ເຈ​ລະ​ຈາ​ກ່ຽວ​ກັບ Brexit. ຖະ​ແຫຼງ​ການ​ໄດ້​ຊີ້​ແຈ້ງ​ບາດ​ກ້າວ​ທຳ​ອິດ​ຂອງ ອີ​ຢູ ຈະ​ແມ່ນ​ສະ​ພາ ເອີ​ລົບ ຮັບ​ຮອງ​ເອົາ​ຂໍ້​ສະ​ເໜີ​ແນະ​ກ່ຽວ​ກັບຫຼັກ​ໝັ້ນ ແລະ ບັນ​ດາຫຼັກ​ການ​ເພື່ອ​ໃຫ້​ຄະ​ນະ​ກຳ​ມະ​ການ​ເອີ​ລົບ ຕາງ​ໜ້າ​ໃຫ້ ອີ​ຢູ ດຳ​ເນີນ​ການ​ເຈ​ລະ​ຈາ​ກັບ ອັງ​ກິດ. ອີ​ຢູ ຈະ​ມີຫຼັກ​ໝັ້ນ​ສ້າງ​ສັນ ແລະ ມາ​ນະ​ພະ​ຍາ​ຍາມ​ບັນ​ລຸ​ຂໍ້​ຕົກ​ລົງ, ພ້ອມ​ທັງ​ຫວັງ​ວ່າ ອັງ​ກິດ ຈະ​ແມ່ນ​ຄູ່​ຮ່ວມ​ມື​ທີ່​ສະ​ໜິດ​ສະ​ໜົມ. ໃນ​ການ​ເຈ​ລະ​ຈາ, ບັນ​ດາ​ປະ​ເທດ ອີ​ຢູ ຈະ​ເຄື່ອນ​ໄຫວ​ຄື​ດັ່ງ​ກຸ່ມ​ກ້ອນ​ເອ​ກະ​ພາບ​ເພື່ອ​ປົກ​ປັກ​ຮັກ​ສາ​ຜົນ​ປະ​ໂຫຍດ​ພ້ອມ​ທັງ​ບຸ​ລິ​ມະ​ສິດ​ທຳ​ອິດ​ຈະ​ແມ່ນ​ຫລຸດ​ຜ່ອນ​ຄວາມ​ຂາດ​ສະ​ຖຽນ​ລະ​ພາບ​ສຳ​ລັບ​ບັນ​ດາ​ປະ​ເທດ ອີ​ຢູ, ພົນ​ລະ​ເມື​ອງ ແລະ ວິ​ສາ​ຫະ​ກິດໃນ​ກ​ຸ່ມ.


ຂ່າວ/ບົດ​ອື່ນ