ອີຢູຮັດກຸມຂໍ້ກຳນົດການນຳເຂົ້າສິນຄ້າພາຍຫລັງເກີດຄວາມເຄັ່ງຕຶງດ້ານການຄ້າກັບຈີນ

ອີຢູຮັດກຸມຂໍ້ກຳນົດການນຳເຂົ້າສິນຄ້າພາຍຫລັງເກີດຄວາມເຄັ່ງຕຶງດ້ານການຄ້າກັບຈີນ - ảnh 1
ທ່ານ Peter Ziga ​ລັດຖະມົນຕີ​ກະຊວງ​ການ​ຄ້າ ສ​ະໂລ​ວາ​ເກ​ຍ
(ພາບ: EPA/TTXVN)

(vovworld) - ​ໃນ​ສະພາວະ​ການ​ພົວພັນ​ດ້ານ​ການ​ຄ້າ​ລະຫວ່າງ​ສະຫະພາບ ​ເອີ​ລົບ (ອີ​ຢູ) ​ແລະ ຈີນ ມີ​ຄວາມ​ເຄັ່ງ​ຕຶງ ກ່ຽວຂ້ອງ​ເຖິງ​ຂໍ້​ກຳນົດຕ້ານ​ການ​ຂາຍ​ບຸບ​ລາຄາ, ວັນ​ທີ 13/12 ບັນດາ​ປະ​ເທດ​ສະມາຊິກ​ຂອງ​ສະຫະພາບ ​ເອີ​ລົບ ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ຮັດກຸມ​ບັນດາ​ຂໍ້​ກຳນົດ​ດ້ານ​ການ​ຄ້າ​ສຳລັບ​ບັນດ​າປະ​ເພດ​ສິນຄ້າ​ນຳ​ເຂົ້າ, ​ໃນ​ນັ້ນ ມີ​ບັນດາ​ຜະລິດ​ຕະພັນມີ​ແຫຼ່ງທີ່​ມາ​ຈາກ​ ຈີນ. ການ​ກະທຳ​ດັ່ງກ່າວ ​ໄດ້ຮັບ​ຮູ້​ວ່າ ຈະ​ເຮັດ​ໃຫ້​ເພີ່ມ​ຄວາມ​ເຄັ່ງ​ຕຶງ​ດ້ານ​ການ​ຄ້າ​ກັບ ຈີນ ຕື່ມ​ອີກ​ຢ່າງ​ເລິກ​​ເຊິ່ງ. ທ່ານ Peter Ziga ​ລັດຖະມົນຕີ​ກະຊວງ​ການ​ຄ້າ ສ​ະໂລ​ວາ​ເກ​ຍ ປະ​ເທດ​ທີ່ພວມ​ເປັນ​ປະທານໝູນວຽນ​ຂອງ ອີ​ຢູ ​ໃຫ້​ຂໍ້ສັງ​ເກດ​ວ່າ: ນີ້​ແມ່ນ​ບຸກທະ​ລຸ​ສຳຄັນ ສະ​ແດງ​ໃຫ້​ເຫັນວ່າ ອີ​ຢູ ບໍ່ອາດ “​ເຊິ​ຊະ” ​ແລະ ຕ້ອງປົກ​ປ້ອງຜົນ​ປະ​ໂຫຍ​ດຂອງ​ຕົນ ພິ​ເສດ​ແມ່ນ​ໃນ​ກໍລະນີ​ຂາຍ​ບຸບ​ລາຄາ.

 

ຂ່າວ/ບົດ​ອື່ນ