ອີຢູເນັ້ນໜັກວ່າ ຮອດເວລາແລ້ວໃນການລົງນາມ FPA ກັບຫວຽດນາມ

(VOVWORLD) -ຮອດເວລາແລ້ວທີ່ອີຢູ - ຫວຽດນາມ ຄວນລົງນາມສັນຍາລະຫວ່າງຫວຽດນາມ ແລະ ສະຫະພາບເອີລົບ ກ່ຽວກັບການສ້າງຕັ້ງຂອບເຂດການເຂົ້າຮ່ວມຂອງຫວຽດນາມ ໃນບັນດາການເຄື່ອນໄຫວການຄຸ້ມຄອງວິກິດການຂອງອີຢູ (FPA).

ອີຢູເນັ້ນໜັກວ່າ ຮອດເວລາແລ້ວໃນການລົງນາມ FPA ກັບຫວຽດນາມ - ảnh 1 ທ່ານນາງ Federica Mogherini

(ພາບ:  Europost)

ໃນການໄປປະຕິບັດງານຢູ່ສິງກະໂປ ເພື່ອເຂົ້າຮ່ວມກອງປະຊຸມ Shangri-La ຄັ້ງທີ 18, ວັນທີ 01 ມິຖຸນາ, ຜູ້ຕາງໜ້າຂັ້ນສູງກ່ຽວກັບນະໂຍບາຍການຕ່າງປະເທດ ແລະ ປ້ອງກັນຄວາມສະຫງົບຂອງສະຫະພາບເອີລົບ (ອີຢູ), ທ່ານນາງ Federica Mogherini ໃຫ້ຮູ້ວ່າ, ຮອດເວລາແລ້ວທີ່ອີຢູ - ຫວຽດນາມ ຄວນລົງນາມສັນຍາລະຫວ່າງຫວຽດນາມ ແລະ ສະຫະພາບເອີລົບ ກ່ຽວກັບການສ້າງຕັ້ງຂອບເຂດການເຂົ້າຮ່ວມຂອງຫວຽດນາມ ໃນບັນດາການເຄື່ອນໄຫວການຄຸ້ມຄອງວິກິດການຂອງອີຢູ (FPA). ນີ້ຈະແມ່ນຂໍ້ຕົກລົງສະບັບທີ 2 ໃນຂອບເຂດນະໂຍບາຍຄວາມສະຫງົບ ແລະ ປ້ອງກັນຊາດລວມຂອງອີຢູ (PSDC) ທີ່ໄດ້ລົງນາມກັບປະເທດອາຊີ ພາຍຫຼັງມີຂໍ້ຕົກລົງກັບສ.ເກົາຫຼີ. ຂໍ້ຕົກລົງຄ້າຍຄືກັນກໍ່ໄດ້ຮັບການລົງນາມລະຫວ່າງອີຢູ ກັບ ອົດສະຕາລີ ແລະ ນິວຊີແລນ. ໂດຍໄດ້ຮູ້ວ່າ, ຝ່າຍອີຢູ ໄດ້ຕົກລົງຈັດສົ່ງບັນດາທີ່ປຶກສາດ້ານການທະຫານຂອງອີຢູ ໄປຍັງອາຊີ, ເລີ່ມຕົ້ນແມ່ນຄະນະດ້ານການທະຫານອີຢູ ປະຈຳອາຊຽນ ຢູ່ຢາກາຕາ.

ຕອບກັບ

ຂ່າວ/ບົດ​ອື່ນ