ອີ​ຣັກ ຄັດ​ຄ້ານ​ບັນ​ດາ​ບັ້ນ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ ຂອງ ອາ​ເມ​ລິ​ກາ ເລັ່ງ​ໃສ່​ເຂດ​ດິນ​ແດນ​ປະ​ເທດ​ນີ້

(VOVWORLD) - ເຫດບຸກໂຈມຕີຂອງ ອາເມລິກາ ແມ່ນບັນດາການກະທຳທີ່ເຮັດໃຫ້ຄວາມເຄັ່ງຕຶງເພີ່ມຂຶ້ນ, ລະເມີດອະທິປະໄຕຂອງ ອີຣັກ ແລະ ເຮັດໃຫ້ວິວັດທະນາການຮ່ວມມືລະຫວ່າງ Baghdad ແລະ Washington ໃນຫຼາຍປີຜ່ານມາຖືກຫຼຸດລົງ.
ອີ​ຣັກ ຄັດ​ຄ້ານ​ບັນ​ດາ​ບັ້ນ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ ຂອງ ອາ​ເມ​ລິ​ກາ ເລັ່ງ​ໃສ່​ເຂດ​ດິນ​ແດນ​ປະ​ເທດ​ນີ້ - ảnh 1ພາບພາຍຫຼັງເຫດບຸກໂຈມຕີເລັ່ງໃສ່ຖານທີ່ໝັ້ນກອງທັບອາກາດ Ain al-Asad ຢູ່ແຂວງ Anbar ອີຣັກ ໃນວັນທີ 20/1/2024 (ພາບ: IRNA/TTXVN)

ວັນທີ 24 ມັງກອນ, ອີຣັກ ຄັດຄ້ານບັນດາເຫດບຸກໂຈມຕີທາງອາກາດຂອງ ອາເມລິກາ ທີ່ເລັ່ງໃສ່ຖານທີ່ໝັ້ນແຫ່ງຕ່າງໆຂອງປະເທດນີ້, ໂດຍຖືວ່າ ນີ້ແມ່ນການກະທຳລະເມີດອະທິປະໄຕຜືນແຜ່ນດິນຂອງປະເທດ ອາຊີຕາເວັນຕົກສ່ຽງໃຕ້. ໃນຖະແຫຼງການ, ຫ້ອງວ່າການສຳນັກງານນາຍົກ ອີຣັກ ໄດ້ເນັ້ນໜັກວ່າ ເຫດບຸກໂຈມຕີຂອງ ອາເມລິກາ ແມ່ນບັນດາການກະທຳທີ່ເຮັດໃຫ້ຄວາມເຄັ່ງຕຶງເພີ່ມຂຶ້ນ, ລະເມີດອະທິປະໄຕຂອງ ອີຣັກ ແລະ ເຮັດໃຫ້ວິວັດທະນາການຮ່ວມມືລະຫວ່າງ Baghdad ແລະ Washington ໃນຫຼາຍປີຜ່ານມາຖືກຫຼຸດລົງ.

        ກ່ອນໜ້ານັ້ນ, ວັນທີ 23 ມັງກອນ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ Lloyd Austin ແຈ້ງໃຫ້ຊາບວ່າ ກຳລັງປະເທດນີ້ ໄດ້ປະຕິບັດບັນດາເຫດບຸກໂຈມຕີທີ່ “ຈຳເປັນ” ແນໃສ່ 3 ຮາກຖານຂອງກຸ່ມປະກອບອາວຸດ Ketaeb Hezbollah ແລະ ບັນດາກຸ່ມກຳລັງອື່ນໆຢູ່ ອີຣັກ, ພາຍຫຼັງທີ່ທະຫານ ອາເມລິກາ ປະຈຳການຢູ່ພາກຕາເວັນຕົກ ອີຣັກ ຖືກບຸກໂຈມຕີດ້ວຍລູກສອນໄຟ ແລະ ລູກຈະຫຼວດ ພຽງ 2 – 3 ວັນ.

        ອາເມລິກາ ແລະ ບັນດາກຳລັງພັນທະມິດຢູ່ ອີຣັກ ແລະ ຊີຣີ ໄດ້ກາຍເປັນເປົ້າໝາຍຂອງເຫດບຸກໂຈມໃນກວ່າ 150 ຄັ້ງ ແລະ ໄລ່ມາຮອດປັດຈຸບັນ,  Washington ໄດ້ບຸກໂຈມຕີໂຕ້ຕອບຄືນຢູ່ທັງສອງປະເທດດັ່ງກ່າວ.


ຕອບກັບ

ຂ່າວ/ບົດ​ອື່ນ