ອີີ​ຣັກ ເນ​ລະ​ເທດ​ເອກ​ອັກ​ຄະລັດ​ຖະ​ທູດ ຊູ​ແອັດ

(VOVWORLD) - ອີຣັກ ໄດ້ປະກາດແຈ້ງການກັບຊູແອັດ ຜ່ານບັນດາຊ່ອງທາງການທູດວ່າ ບໍ່ວ່າການກະທຳໃດທີ່ກ່ຽວຂ້ອງເຖິງການຈູດຄຳພີ Koran ໃນປະເທດ ຊູແອັດ ຈະພາໄປເຖິງການຢຸດຕິການພົວພັນທາງການທູດ.
ອີີ​ຣັກ ເນ​ລະ​ເທດ​ເອກ​ອັກ​ຄະລັດ​ຖະ​ທູດ ຊູ​ແອັດ - ảnh 1ພາບປະກອບ: AFP/TTXVN

ວັນທີ 20 ກໍລະກົດ, ລັດຖະບານ ອີຣັກ ໄດ້ມີແຈ້ງການຮຽກຮ້ອງເອກອັກຄະລັດຖະທູດ ຊູແອັດ ປະຈຳ Baghdad ອອກຈາກຜືນແຜ່ນດິນ ອີຣັກ, ພ້ອມທັງຖະແຫຼງວ່າ  Baghdad ກໍ່ໄດ້ຮຽກເອີ້ນອຸປະທູດຊົ່ວຄາວຂອງ ອີຣັກປະຈຳ ຊູແອັດ ກັບຄືນປະເທດ.

ຂໍ້ຕົກລົງສະບັບນີ້ ໄດ້ຍົກອອກມາພາຍຫຼັງອີຣັກ ກ່າວເຕືອນວ່າຈະຢຸດຕິການພົວພັນທາງການທູດກັບ ຊູແອັດ ຖ້າການກະທຳຈູດຄຳພີ Koran ສືບຕໍ່ດຳເນີນຢູ່ນະຄອນຫຼວງ Stockholm ຂອງ ຊູແອັດ. ຖະແຫຼງການຂອງ ຫ້ອງວ່າການນາຍົກລັດຖະມົນຕີ ອີຣັກ ຍົກໃຫ້ເຫັນຢ່າງຈະແຈ້ງວ່າ ອີຣັກ ໄດ້ປະກາດແຈ້ງການກັບຊູແອັດ ຜ່ານບັນດາຊ່ອງທາງການທູດວ່າ ບໍ່ວ່າການກະທຳໃດທີ່ກ່ຽວຂ້ອງເຖິງການຈູດຄຳພີ Koran ໃນປະເທດ ຊູແອັດ ຈະພາໄປເຖິງການຢຸດຕິການພົວພັນທາງການທູດ.

ແລະກໍ່ໃນວັນດຽວກັນ, ບັນດາຜູ້ແຫ່ຂະບວນປະທ້ວງຢູ່ຊູແອັດ ໄດ້ເຮັດໃຫ້ສ່ວນໜຶ່ງຂອງປຶ້ມ ເຊິ່ງເຂົາເຈົ້າເວົ້າວ່າແມ່ນ ຄຳພີ Koran ຖທກເສຍຫາຍຢູ່ນອກສະຖານທູດ ອີຣັກ ປະຈຳ Stockholm, ແຕ່ບໍ່ໄດ້ຈູດຄຳພີຄືການນາບຂູ່ຂອງເຂົາເຈົ້າ.

ຕອບກັບ

ຂ່າວ/ບົດ​ອື່ນ