ອີຣັກ:ISວາງລະເບີດເປັນຫຼາຍຄັ້ງ,ເຮັດໃຫ້ກ່ວາ60ຄົນເສຍຊີວິດແລະຮັບບາດເຈັບ

ອີຣັກ:ISວາງລະເບີດເປັນຫຼາຍຄັ້ງ,ເຮັດໃຫ້ກ່ວາ60ຄົນເສຍຊີວິດແລະຮັບບາດເຈັບ - ảnh 1
ກຳລັງປ້ອງກັນຄວາມສະຫງົບ ອີຣັກ ຢູ່ສະຖານທີ່ເກີດເຫດ
(ພາບ:
Reuters)

(vovworld) – ວັນ​ທີ 30/5, ຕ​ຳຫຼວດ ອີຣັກ ​ໃຫ້​ຮູ້​ວ່າ: ​ໄດ້​ເກີດ​​ເຫດວາງ​ລະ​ເບີດ​ຫຼາຍ​ຄັ້ງ​ຢູ່​ທັງຢູ່​ພາຍ​ໃນ ​ແລະ ນອກ​ນະຄອນຫຼວງ ​ແບ​ດ​ແດດ, ​ເຮັດ​​ໃຫ້​ຢ່າງ​ໜ້ອຍ​ສຸດ​ມີ 24 ຄົນ​ເສຍ​ຊີວິດ ​ແລະ ກ່ວາ 40 ຄົນ​ຖືກ​ຮັບ​ບາດ​ເຈັບ. ​ໃນ​ເຫດ​ບຸກ​ໂຈມ​ຕີ​ທີ​ໜຶ່ງ, ​ເປົ້າ​ໝາຍ​ວາງ​ລະ​ເບີດ​ໄດ້​ຂີ່​ລົດ​ບັນ​ຈຸລະ​ເບີດ​ຕຳ​ໃສ່​ປ້ອງ​ກວດກາ​ໃກ້​ກັບ​ເຂດ​ການ​ຄ້າ​ຢູ່​ເມືອງ Shaad, ບ່ອນ​ທີ່​ມີ​ຊາວ​ອິດສະ​ລາມ​ນິກາຍຊີ​ອະ ດຳລົງ​ຊີວິດ​ເປັນ​ຈຳນວນ​ຫຼວງ​ຫຼາຍ ຢູ່​ພາກ​ເໜືອ​ນະຄອນຫຼວງ ​ແບ​ດ​ແດດ, ​ເຮັດ​ໃຫ້​ຢ່າງ​ໜ້ອຍ​ສຸດ​ມີສາມັນ​ຊົນ 8 ຄົນ ​ແລະ ທະຫານ 3 ຄົນ​ເສຍ​ຊີວິດ, ນອກ​ນັ້ນ​ຍັງ​ມີ 14 ຄົນ​ຖືກຮັບ​ບາດ​ເຈັບ. ​ໃນ​ເຫດ​ວາງ​ລະ​ເບ​ີດຄັ້ງ​ທີ​ສອງ, ລູກ​ລະ​ເບີດ​ໜ່ວຍ​ໜຶ່ງ​ໃນ​ລົດຈັກ​​ໄດ​້ລະ​ເບີດ​ຂຶ້ນ​ຢູ່​ເຂດ​ຕະຫຼາດ​ເມືອງ Sadr City, ທາງ​ທິດຕາ​ເວັນ​ອອກ ​ແບ​ດ​ແດດ, ​ເຮັດ​ໃຫ້ 3 ຄົນ​ເສຍ​ຊີວິດ ​ແລະ 10 ຄົນ​ຮັບ​ບາດ​ເຈັບ. ​ເຫດ​ວາງ​ລະ​ເບີດ​ອື່ນ​ອີກ​ກໍ​ເກີດ​ຂຶ້ນ​ຢູ່​ເຂດ​ຕະຫຼາດ​ໃນ​ເທ​ດສະບາ​ນ Tarmiyah, ຫາກ​ຈາກ​ນະຄອນຫຼວງ ​ແບ​ດ​ແດດ ​ໄປ​ທາງ​ທິດ​ເໜືອປະມານ 50 ກມ, ​ເຮັດ​ໃຫ້​ສາມັນ​ຊົນ 4 ຄົນ ​ແລະ ຕຳຫຼວດ 2 ຄົນ​ເສຍ​ຊີວິດ, 19 ຄົນ​ຖືກ​ຮັບ​ບາດ​ເຈັບ.



ຂ່າວ/ບົດ​ອື່ນ